(vovworld) – ທີ່ພິທີມອບລາງວັນຄັ້ງທີ 2 - ສະຫຼຸບໄລຍະ 2011 – 2015 ແລະ ປຸກລະດົມໄລຍະ 2016 – 2020 - ລາງວັນຫົວຄິດປະດິດສ້າງ, ໂຄສະນາບົດປະພັນວັນນະຄະດີ, ສິລະປະ, ສ່ືມວນຊົນດ້ວຍຫົວຂໍ້ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”, ຖືກດຳເນີນໄປໃນວັນທີ 19/09, ຢູ່ນະຄອນໂຮ່ຈິມິນ, ມີ 43 ບົດປະພັນ, ຜູ້ແຕ່ງ, ໝູ່ຄະນະ, ສ່ວນບຸກຄົນ ໄດ້ຮັບລາງວັນໃນຄັ້ງນີ້. ນີ້ແມ່ນລາງວັນໂດຍຄະນະໂຄສະນາສຶກສາຄະນະພັກນະຄອນໂຮ່ຈິມິນ ປຸກລະດົມ ເພື່ອແນໃສ່ສົ່ງເສີມ, ສ້າງເງື່ອນໄຂໃຫ້ຖັນແຖວນັກປະພັນວັນນະຄະດີສິລະປະ, ນັກຂ່າວຊອກຫາ, ຄົ້ນພົບ, ໂຄສະນາບັນດາແບບຢ່າງດີເດັ່ນ, ວິທີປະຕິບັດທີ່ດີໃນການຮໍ່າຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່. ຜ່ານບັນດາຮູບການວັນນະຄະດີສິລະປະ ແລະ ສ່ືມວນຊົນ, ບັນດານັກປະພັນເຊິ່ງແມ່ນໝູ່ຄະນະ, ສ່ວນບຸກຄົນໄດ້ສະແດງໃຫ້ເຫັນການຮໍ່າຮຽນ ແລະ ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ຢ່າງແທດຈິງ, ມີຊີວິດຊີວາ, ລຽບງາຍທີ່ສຸດ.
ເນື່ອງໃນໂອກາດນີ້, ຄະນະໂຄສະນາສຶກສາຄະນະພັກນະຄອນໂຮ່ຈິມິນ ໄດ້ປຸກລະດົມລາງວັນປະດິດແຕ່ງ, ໂຄສະນາບົດປະພັນວັນນະຄະດີ, ສິລະປະ, ສ່ືມວນຊົນດ້ວຍຫົວຂໍ້ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ” ໄລຍະ 2016 – 2020.