(vovworld) - ຕອນຄໍ່່າວັນທີ 20/12, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີຍ້ອງຍໍບັນດາກິດຈະກຳ, ຜະລິດຕະພັນມີຫົວຄິດປະດິດສ້າງດີເດັ່ນຂອງຊາວໜຸ່ມ ແລະ ມອບລາງວັນການເສັງ “ຊາວໜຸ່ມເຍົາວະຊົນເຂົ້າຮ່ວມສະເໜີິບັນດາມາດຕະການແກ້ໄຂ, ຫົວຄິດປະດິດສ້າງໃນການປະຢັດພະລັງງານ” ປີ 2015. ນີ້ແມ່ນການເຄື່ອນໄຫວນອນໃນ Festival “ຫົວຄິດປະດິດສ້າງໜຸ່ມ” ທົ່ວປະເທດຄັ້ງທີ 8, ຂໍ່່ານັບຮັບຕ້ອນກອງປະຊຸມໃຫຍ່ທົ່ວພັກຄັ້ງທີ 12.
ຈາກສຳເນົາເອກະສານສະເໜີ 225 ຂອງ 46 ແຂວງ, ຄະນະຊາວໜຸ່ມ ແລະ ຄະນະຊາວໜຸ່ມສັງກັດ, ຄະນະຈັດຕັ້ງໄດ້ຄັດເລືອກ 36 ກິດຈະກຳ, ຜະລິດຕະພັນທີ່ມີຫົວຄິດປະດິດສ້າງດີເດັ່ນຂອງຊາວໜຸ່ມ ເພື່ອຍ້ອງຍໍຢູ່ Festival “ຫົວຄິດປະດິດສ້າງໜຸ່ມ” ທົ່ວປະເທດຄັ້ງທີ 8. ນີ້ແມ່ນບັນດາກິດຈະກຳ, ຜະລິດຕະພັນທີ່ໄດ້ນຳໃຊ້ເຂົ້າໃນການອອກແຮງງານ, ການຜະລິດ, ຮ່ຳຮຽນຄົວຈິງ ຫຼື ໄດ້ຮັບຕີລາຄາວ່າສາມາດນຳໃຊ້ເຂົ້າຊີວິດທາງດ້ານເສດຖະກິດ - ສັງຄົມຢ່າງມີປະສິດທິຜົນ.
ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນການເສັງໃຫ້ 16 ຫົວຂໍ້, ຜະລິດຕະພັນດີເດັ່ນທີ່ສຸດ, ມີລັກສະນະນຳໃຊ້ເຂົ້າພຶດຕິກຳຕົວຈິງສູງ ແລະ ມອບລາງວັນໝູ່ຄະນະໃຫ້ 6 ຫົວໜ່ວຍດີເດັ່ນທີ່ສຸດ.