ທ່ານປະທານປະເທດເຈີນດ້າຍກວາງມອບຂອງຂວັນໃຫ້
ການນຳມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ
ພາບ:TTXVN
|
(vovworld)- ໃນການໂອ້ລົມເມື່ອຕອນເຊົ້າວັນທີ 3/10, ດ້ວຍຫົວຂໍ້: “ການປະຕິວັດອຸດສາຫະກຳຄັ້ງທີ 4 - ກາລະໂອກາດພັດທະນາ ແລະ ບັນດາສິ່ງທ້າທາຍອາດຊະຍາກຳແບບໃຫມ່”, ທ່ານປະທານປະເທດ ເຈີນດ້າຍກວາງ ໃຫ້ຮູ້ວ່າ: ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄຫມ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ກວ້າງຂວາງ, ສະນັ້ນ ການປະຕິວັດອຸດສາຫະກຳຄັ້ງທີ 4 ຂອງໂລກ ຈະສົ່ງຜົນກະທົບຢ່າງແຮງເຖິງຫວຽດນາມ. ທ່ານປະທານປະເທດ ເຈີນດ້າຍກວາງ ຊີ້ແຈ້ງວ່າ:
“ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາຂອງຫວຽດນາມ ປະຈຸບັນ ຍັງໃຫຍ່ຫລວງຢູ່, ພວກເຮົາພວມໃນໄລຍະມີ ພົນລະເມືອງໃນເກນອາຍຸເຮັດວຽກໄດ້ກວມອັດຕາສ່ວນສູງ, ແຕ່ສິ່ງທ້າທາຍທີ່ວາງອອກສຳລັບຫວຽດນາມ ນັ້ນແມ່ນເຮັດແນວໃດຍາດແຍ່ງການເສີມຂະຫຍາຍຢ່າງສຸດຂີດ ແລະ ມີປະສິດທິຜົນບັນດາການກະທົບຢ່າງຕັ້ງຫນ້າຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ຖ້າຫາກຍາດແຍ່ງກາລະໂອກາດເປັນຢ່າງດີ ແລະ ຜ່ານຜ່າບັນດາສິ່ງທ້າທາຍ, ຫວຽດນາມ ຈະສາມາດຮັດແຄບຊ່ອງຫວ່າງການພັດທະນາກັບບັນດາປະເທດກ້າວຫນ້າ, ປະຕິບັດຄາດໝາຍກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄຫມໂດຍໄວ.”
ທ່ານປະທານປະເທດເຈີນດ້າຍກວາງ ເນັ້ນຫນັກວ່າ: ເພື່ອສ້າງ ແລະ ເສີມຂະຫຍາຍແຫລ່ງກຳລັງພູມປັນຍາ ຫວຽດນາມ ຄວນມີຫລາຍມາດຕະການ ແລະ ວຽກງານ, ໃນນັ້ນ ມາດຕະການສຳຄັນແມ່ນຍົກສູງຄຸນນະພາບການສຶກສາ ບຳລຸງສ້າງ. ທ່ານປະທານປະເທດ ສະເຫນີ ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມີນ ຕ້ອງມີຫົວຄິດປະດິດສ້າງໃນການສິດສອນ, ຮ່ຳຮຽນ ແລະ ຄົ້ນຄວ້າວິທະຍາສາດ, ແມ່ນສະຖານທີ່ດຶງດູດຜູ້ມີຄວາມເກັ່ງກ້າສາມາດ, ສຸມພູມປັນຍາດີເດັ່ນໃນວົງການນັກວິທະຍາສາດ, ນັກຄົ້ນຄ້ວາ ແລະ ສິດສອນ.