ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ: ປັດ​ໄຈ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ

(VOVWORLD) - ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.
ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ: ປັດ​ໄຈ​ຍຸດ​ທະ​ສາດ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ໃນ​ສັງ​ກາດ​ໃໝ່​ຢ່າງ​ມີ​ໄຊ - ảnh 1 ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ  (ພາບ: VOV)

ເມື່ອກ່າວຄຳເຫັນໃນວາລະປຶກສາຫາລືບັນດາຮ່າງເອກະສານຂອງກອງປະຊຸມໃຫຍ່ໃນຕອນເຊົ້າວັນທີ 21 ມັງກອນ, ໃນຂອບເຂດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານນາງ ຮ່າທິງາ ຮອງປະທານ - ເລຂາທິການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເນັ້ນໜັກເຖິງບົດບາດຂອງຄວາມມະຫາສາມັກຄີໃນການປະຕິບັດບັນດາເປົ້າໝາຍພັດທະນາ.

        ເມື່ອປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ເລື່ອງເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໄດ້ກາຍເປັນປັດໄຈທີ່ມີຄວາມໝາຍຍຸດທະສາດ, ແມ່ນກຳລັງໜູນສຳຄັນເພື່ອໃຫ້ປະເທດຊາດຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ພັດທະນາແບບຍືນຍົງ.

        “ແນວໂຮມປະເທດຊາດຕ້ອງເສີມຂະຫຍາຍໄດ້ບົດບາດສະຫະພັນການເມືອງ, ສະຫະພັນອາສາສະໝັກຂອງບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ບັນດາບຸກຄົນດີເດັ່ນໃນທຸກຊັ້ນວັນນະຂອງສັງຄົມ, ຂອງຊາດ, ສາສະໜາ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດຢູ່ລະດັບສູງ. ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ ສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີ, ກົນໄກເຄື່ອນໄຫວຢ່າງແຮງ, ຮອບດ້ານ, ຖືບັນດາບັນຫາຊີວິດການເປັນຢູ່ຂອງປະຊາຊົນ, ປະຊາທິປະໄຕ, ສິດທິພົນລະເມືອງເປັນຈຸດສຸມ”.

 

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ