ມາເລເຊຍມານະພະຍາ ຍາມຊຸກຍູ້ວຽກງານ ຊອກຫາເຮືອບິນຫາຍສາບສູນ
ການຊອກຫາຢູ່ມະຫາສະມຸດອິນເດຍ
(ພາບ: CNN)
(vovworld)- ໃນການປະຊຸມຂ່າວເມື່ອວັນທີ 17/3, ທ່ານ Hishammuddin Hussein ລັດຖະມົນຕີກະຊວງປ້ອງກັນປະເທດ ທັງເປັນຜູ້ຮັກສາການລັດຖະມົນຕີກະຊວງຄົມມະນາຄົມ ມາເລເຊຍ ໃຫ້ຮູ້ວ່າ: ໃນ 24 ຊົ່ວໂມງຜ່ານມາ, ທ່ານນາຍົກລັດຖະມົນຕີມາເລເຊຍ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ ແລະ ນາຍົກລັດຖະມົນຕີຈີນ ເພື່ອແນໃສ່ສົມທົບກັນໃນວຽກງານຊອກຫາເຮືອບິນຂອງບໍລິສັດການບິນມາເລເຊຍ ຖືກຫາຍສາບສູນນັບແຕ່ວັນທີ 8/3. ມາເລເຊຍ ກໍ່ໄດ້ຝາກຈົດໝາຍທາງການທູດໄປຍັງບັນດາປະເທດກ່ຽວຂ້ອງໃນບັ້ນຊອກຫາ ແລະ ກູ້ໄພກູ້ຊີບ.
ທີ່ການປະຊຸມຂ່າວ, ທ່ານລັດຖະມົນຕີ Hussein ຢືນຢັນວ່າ: ວຽກງານຊອກຫາ ແລະ ກູ້ໄພກູ້ຊີບໄດ້ເລີ່ມຕົ້ນຢູ່ທັງສອງແລວທາງທິດເໜືອ ແລະ ໃຕ້. ອົດສະຕາລີ ແລະ ອິນໂດເນເຊຍ ພ້ອມກັບມາເລເຊຍ, ຈີນ ແລະ ກາຊັກສະຖານ ໄດ້ເລີ່ມດຳເນີນວຽກງານຊອກຫາ. ກ່ຽວກັບວຽກງານສືບສວນຂອງຕຳຫຼວດ, ທ່ານ Hussein ໃຫ້ຮູ້ວ່າ: ນັບແຕ່ວັນທີ 8/3, ຕຳຫຼວດມາເລເຊຍ ໄດ້ເລີ່ມສືບສວນຈຸນັກບິນທັງໝົດໃນຖ້ຽວບິນ MH 370 ລວມມີຫົວໜ້າຈຸ, ຮອງຫົວໜ້າຈຸ ກໍ່ຄືບັນດາພາລະກອນໜ້າດິນທີ່ກ່ຽວຂ້ອງເຖິງຖ້ຽວບິນດັ່ງກ່າວ./.