ມື້ເຮັດວຽກສຸດທ້າຍຂອງກອງປະຊຸມຂັ້ນສູງສປຊກ່ຽວກັບການຮ່ວມມືປະເທດທາງຜ່ານ,ຫັນການຄ້າເປັນສະດວກ
ບັນດາບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)
(vovworld) - ວັນທີ 09/03, ຢູ່ຮ່າໂນ້ຍ, ກອງປະຊຸມຂັ້ນສູງສະຫະປະຊາຊາດພາກພື້ນອາຊີ - ປາຊີຟິກ ກ່ຽວກັບການເພີ່ມທະວີການຮ່ວມມືປະເທດທາງຜ່ານ,ຫັນການຄ້າເປັນສະດວກ, ການຄ້າ ແລະ ປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ ໂດຍກະຊວງການຕ່າງປະເທດຫວຽດນາມ ສົມທົບກັບອົງການຕາງໜ້າຂັ້ນສູງຂອງສະຫະປະຊາຊາດກ່ຽວກັບກຸ່ມບັນດາປະເທດດ້ອຍພັດທະນາ, ບັນດາປະເທດພວມພັດທະນາບໍ່ມີທະເລ ແລະ ບັນດາປະເທດເກາະນ້ອຍພວມພັດທະນາ ໄດ້ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ. ໃນວາລະການເຮັດວຽກ, ບັນດາຜູ້ແທນສືບຕໍ່ປຶກສາຫາລືກ່ຽວກັບການຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ບັນດາມາດຕະການປະຕິບັດ; ແບ່ງປັນບົດຮຽນກ່ຽວກັບມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ບັນດາຂໍ້ລິເລີ່ມສາກົນ, ບັນດາມາດຕະການປະຕິບັດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດບໍ່ມີທະເລ ແລະ ປະເທດທາງຜ່ານ ເພື່ອຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ພັດທະນາແບບຍືນຍົງ.