ທ່ານນາຍົກລັດຖະມົນຕີ ຢູແກຼນ Arseny Yatsenyuk
(ພາບ: AFP/TTXVN)
(vovworld) - ວັນທີ 06/04, ທ່ານນາຍົກລັດຖະມົນຕີ ຢູແກຼນ Arseny Yatsenyuk ໃຫ້ຮູ້ວ່າ, ປະເທດນີ້ມີແຜນການປະກາດຄຳສັ່ງຫ້າມນຳເຂົ້າບັນດາຜະລິດຕະພັນຈາກນ້ຳມັນ. ນີ້ແມ່ນການຜັນແປໃໝ່ສຸດໃນບັ້ນຮົບເສດຖະກິດລະຫວ່າງ Kiev ແລະ ມົດສະກູ ນັບແຕ່ພາຍຫຼັງເຫດການລັດເຊຍ ໂອນເຂົ້າແຫຼມ Crimea ເມື່ອປີ 2014. ຄຽງຂ້າງນັ້ນ, ທ່ານນາຍົກລັດຖະມົນຕີ ຢູແກຼນ ກໍໃຫ້ຮູ້ວ່າ, ຈະຍື່ນສະເໜີຕໍ່ສະພາແຫ່ງຊາດປະເທດນີ້ ຮ່າງກົດໝາຍວ່າດ້ວຍການຍົກເລິກພາສີນຳເຂົ້າສຳລັບລົດໂອໂຕມື 2, ເວນເສຍແຕ່ບັນດາລົດໂອໂຕທີ່ຜະລິດຢູ່ລັດເຊຍ. ການກະທຳດັ່ງກ່າວຂອງອຳນາດການປົກຄອງ Kiev ໄດ້ຮັບການຕີລາຄາວ່າ ຈະເຮັດໃຫ້ສາຍພົວພັນກັບລັດເຊຍຮ້າຍແຮງກວ່າເກົ່າ. ຖາ້ຫາກຄຳສັ່ງຫ້າມນຳເຂົ້າບັນດາຜະລິດຕະພັນຈາກນຳ້ມັນ ໄດ້ຮັບການຮັບຮອງເອົາ, ຈະບັງຄັບໃຫ້ຢູແກຼນ ຕ້ອງຊອກຫານັກສະໜອງໃໝ່ໃນສະພາບການທີ່ປະເທດນີ້ ພວມອີງໃສ່ແຫຼ່ງສະໜອງນ້ຳມັນຂອງລັດເຊຍ ເປັນຕົ້ນ.