ຢູແກຼນຖະແຫຼງຈະຕ້ານຄືນຄຳຮຽກຮ້ອງໃຊ້ໜີ້ຂອງລັດເຊຍ
ທ່ານລັດຖະມົນຕີວ່າການກະຊວງການເງິນລັດເຊຍ Anton Siluanov
(ພາບ: Press TV)
(vovworld) – ວັນທີ 18/02, ຢູແຫຼນ ໄດ້ຖະແຫຼງວ່າ, ປະເທດນີ້ຕັດສິນໃຈຕ້ານຄືນຄຳຮຽກຮ້ອງຂອງລັດເຊຍ ທີ່ທ່ວງໃຫ້ໃຊ້ໜີ້ບ້ວງເງິນທັງໝົດ 3 ຕື້ USD ນັບແຕ່ປີ 2013. ກະຊວງການຄ້າຢູແກຼນ ຖະແຫຼງວ່າ, ປະເທດນີ້ ພ້ອມແລ້ວທີ່ຈະປົກປ້ອງຜົນປະໂຫຍດຂອງຕົນຢູ່ສານ ລາຊະອານາຈັກອັງກິດ. ຄຳຖະແຫຼງດັ່ງກ່າວຂອງຢູແກຼນ ຖືກຍົກອອກມາພາຍຫຼັງລັດເຊຍ ຮ້ອງຟ້ອງຢູແກຼນ ຂຶ້ນສານໜຶ່ງຢູ່ລອນດອນ, ແຫ່ງລາຊະອານາຈັກອັງກິດ ຢ່າງເປັນທາງການ ເພື່ອທ້ວງເອົາບ້ວງໜີ້ 3 ຕື້ USD ເມື່ອ 2 ປະເທດບໍ່ສາມາດດຳເນີນການເຈລະຈາ 2 ຝ່າຍກ່ຽວກັບການແກ້ໄຂບ້ວງໜີ້ສິນນີ້ໄດ້. ທ່ານລັດຖະມົນຕີວ່າການກະຊວງການເງິນລັດເຊຍ Anton Siluanov ໃຫ້ຮູ້ວ່າ, ເລື່ອງລັດເຊຍ ຮ້ອງຟ້ອງແມ່ນວິທີການສຸດທ້າຍ ເມື່ອ Kiev ຍັງບໍ່ທັນກຽມພ້ອມດຳເນີນການເຈລະຈາເພື່ອໃຫ້ 2 ຝ່າຍສາມາດປະນິປະນອມນຳກັນໄດ້.