(vovworld) - ວັນທີ 9/10, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການເງິນ Vuong Dinh Hue ຕາງໜ້າລັດຖະບານຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງການເງິນລາຊະອານາຈັກ ຊາອຸດີອາຣາບີ Ibrahim Abudulaziz Alassaf ທັງເປັນປະທານກອງທຶນພັດທະນາ ຊາອຸດີອາຣາບີ ໄດ້ລົງນາມໃນສັນຍາກູ້ຢືມທຶນຈາກກອງທຶນພັດທະນາ ຊາອຸດີອາຣາບີ ໃຫ້ແກ່ສອງໂຄງການ “ທາງຄົມມະນາຄົມ Thach Kim – Hien Hoa ແຂວງ Quang Tri” ແລະ ໂຄງການ “ທາງຄົມມະນາຄົມ Xuan Phuoc – Phu Hai ແຂວງ Phu Yen”, ດ້ວຍຍອດຈຳນວນເງິນເກືອບ 31 ລ້ານ USD. ປະຈຸບັນກອງທຶນພັດທະນາ ຊາອຸດີອາຣາບີ ພວມອຸປະຖຳກວ່າ 70 ປະເທດ ແຕ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ. ນີ້ກໍແມ່ນຄັ້ງທຳອິດທ່ານລັດຖະມົນຕີກະຊວງການເງິນ ຊາອຸດີອາຣາບີ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ໄລ່ມາຮອດຈຸດເວລານີ້, ຜ່ານກອງທຶນພັດທະນາ ຊາອຸດີອາຣາບີ, ລາຊະອານາຈັກ ຊາອຸດີອາຣາບີ ໄດ້ໃຫ້ຫວຽດນາມ ກູ້ຢືມທຶນໃຫ້ແກ່ 4 ໂຄງການ, ລວມມູນຄ່າເກືອບ 57 ລ້ານ USD.