ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid Muallem
( ພາບ: Getty Images )
( vovworld ) – ພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງລັດເຊຍ ທ່ານ Sergei Lavrov ຢູ່ນະຄອນຫຼວງມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດຊີຣີ Walid Muallem ໃຫ້ຮູ້ເມື່ອວັນທີ 10/4 ວ່າ; ຊີຣີ ໄດ້ເລີ່ມຖອນທະຫານອອກຈາກບັນດາແຂວງຕາມແຜນການຢຸດຕິການໃຊ້ຄວາມຮູນແຮງຢູ່ປະເທດຕາເວັນອອກກາງນີ້ຂອງທູດພິເສດສະຫະປະຊາຊາດ ແລະ ສະຫະພັນອາຣັບ ທ່ານ Kofi Annan. ກ່າວຄຳເຫັນຕໍ່ນັກຂ່າວພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ Mualem ຊີ້ແຈງວ່າ ທ່ານໄດ້ແຈ້ງໃຫ້ລັດເຊີຍຊາບກ່ຽວກັບບັນດາຂັ້ນຕອນເຊິ່ງຊີຣີ ພວມປະຕິບັດເພື່ອພິສູດເຈດຕະນາດີປະຕິບັດແຜນການສັນຕິພາບຂອງທູດພິເສດທ່ານ Annan. ປະຈຸບັນບັນດາຫົວໜ່ວຍສັງກັດທະຫານລັດຖະບານຊີຣີ ໄດ້ເລີ່ມຖອນທະຫານອອກຈາກບາງແຂວງ. ນອກຈາກນັ້ນ, Damacus ກໍປ່ອຍຕົວບັນດາຜູ້ເດີນຂະບວນປະທ້ວງຫົວນຸນແຮງຖືກຈັບຂັງໃນໄລຍະທີ່ຜ່ານມາ. ຕາມທ່ານ Mualem ແລ້ວ, ຄວນຜັນຂະຫຍາຍການຢຸດຍິງກັບເລື່ອງບັນດານັກສັງເກດການສາກົນມາປະເທດນີ້ໃນສະພາບດຽວ. ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Lavrov ກໍສະແດງຄວາມປາດຖະໜາວ່າ ຊີຣີ ຈະຕັດສິນຢ່າງແຮງກວ່າອີກໃນການປະຕິບັດແຜນການສັນຕິພາບຢ່າງຄົມຊຸດຂອງທູດພິເສດ Anan ທີ່ຮຽກຮ້ອງລັດຖະບານຊີຣີ ຖອນທະຫານ ແລະ ອາວຸດອອກຈາກເຂດທີມີຜູ້ແຫ່ຂະບວນປະທ້ວງ, ພ້ອມກັນນັ້ນແບ່ງປັນທັດສະນະ “ ຢຸດຍິງໃນທັນທີ່ແມ່ນໜ້າທີ່ອັນດັບໜື່ງ”.