ກອງປະຊຸມປະຈຳເດືອນ 10 ຂອງລັດຖະບານ
ພາບ:chinhphu.vn
|
(vovworld)- ວັນທີ 1/12, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເປັນປະທານກອງປະຊຸມປະຈຳເດືອນ 11/2014 ຂອງລັດຖະບານ. ບັນດາສະມາຊິກລັດຖະບານຖືວ່າ: ສະພາບການເສດຖະກິດສັງຄົມໃນເດືອນ 11 ແລະ 11 ເດືອນປີ 2014 ສືບຕໍ່ມີການຫັນປ່ຽນ, ບັນລຸໝາກຜົນຕັ້ງຫນ້າໃນທຸກຂົງເຂດ. ພົ້ນເດັ່ນແມ່ນເສດຖະກິດມະຫາພາກສືບຕໍ່ໄດ້ຮັກສາເປັນປົກກະຕິ, ທ່າເຕີບໂຕໄດ້ຮັບການຟື້ນຕົວໃນທຸກຂະແຫນງການ, ຂົງເຂດຕົ້ນຕໍ ດ້ວຍລະດັບ GDP ສູງກວ່າເມື່ອທຽບໃສ່ໄລຍະດຽວກັນຂອງສອງປີກອ່ນນີ້ ແລະ ຄາດວ່າ ທັງປີ 2014 ຈະບັນລຸ ແລະ ອາດຈະລື່ນກາຍຄາດໝາຍວາງອອກ ແມ່ນ 5,8%. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ດັດຊະນີລາຄາໃຊ້ສອຍ CPI ໃນເດືອນ 11/2014 ຫລຸດລົງ 0,27% ເມື່ອທຽບໃສ່ເດືອນກ່ອນ, ສະເລ່ຍໃນ 11 ເດືອນ, CPI ເພີ່ມຂຶ້ນ 4,3%.
ສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີໃຫ້ບັນດາກະຊວງ, ຂະແຫນງການສືບຕໍ່ຢືດໝັ້ນຈຸດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ ພ້ອມທັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ສະເຫນີ ທະນາຄານແຫ່ງລັດ ສຸມໃສ່ຊີ້ນຳການປະຕິບັດຢ່າງຄົບຊຸດ, ມີປະສິດທິຜົນບັນດາມາດຕະການແກ້ໄໍຂຫນີ້ເສຍ ຕິດພັນກັບການສ້າງໂຄງປະກອບບັນດາອົງການສິນເຊື່ອຄືນໃຫມ່, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດກູ້ຢືມທຶນ. ສືບຕໍ່ຍູ້ແຮງການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບເສດຖະກິດຄືນໃຫມ່ຕິດພັນກັບການຫັນປ່ຽນຮູບແບບການເຕີບ