ລັດຖະບານຫວຽດນາມເດັດດ່ຽວສະກັດກັ້ນ ແລະ ປັບໄໝຢ່າງເຂັ້ມງວດບັນດາການກະທຳສໍ້ໂກງການຄ້າ
(VOVWORLD) -ລັດຖະບານຫວຽດນາມມີແຜນນະໂຍບາຍ ເດັດດ່ຽວສະກັດກັ້ນ ແລະ ປັບໄໝບັນດາການກະທຳສໍ້ໂກງການຄ້າຢ່າງເຂັ້ມງວດ. ຫວຽດນາມ ຕີລາຄາສູງການຮ່ວມມືຂອງອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາໃນເຫດນີ້.
ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມ (ພາບ: vov.vn) |
ວັນທີ 20 ສິງຫາ 2020, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ກ່ຽວກັບເລື່ອງບັນດາອົງການທີ່ມີໜ້າທີ່ຄວາມຮັບຜິດຊອບຫວຽດນາມ ແລະ ອາເມລິກາຫວ່າງແລ້ວນີ້ສົມທົບກັນສືບສວນ, ກັກຕົວຊາວຫວຽດນາມບາງຄົນທີ່ມີການກະທຳສໍ້ໂກງການຄ້າ, ທ່ານນາງ ເລທິທູຮັ່ງໂຄສົກກະຊວງການຕ່າງປະເທດຫວຽດນາມຊີ້ແຈ້ງວ່າ:
ຕາມແຫຼ່ງຂ່າວຈາກກະຊວງຕຳຫຼວດແລ້ວ, ອີງຕາມແຫຼ່ງຂ່າວຈາກຝ່າຍອາເມລິກາ, ຕຳຫຼວດນະຄອນຮ່າໂນ້ຍ ແລະ ບັນດາກົມໜ້າທີ່ວິຊາສະເພາະຂອງກະຊວງຕຳຫຼວດໄດ້ເປີດການດຳເນີນຄະດີ ແລະ ກັກຕົວຊາວຫວຽດນາມ 4 ຄົນທີ່ມີການກະທຳຜິດ ຢຶດເອົາຊັບສິນ. ປັດຈຸບັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມພວມເປີດກ້ວາງການສືບສວນ ແລະ ຈະແກ້ໄຂເຫດດັ່ງກ່າວຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍຫວຽດນາມ.
ລັດຖະບານຫວຽດນາມມີແຜນນະໂຍບາຍ ເດັດດ່ຽວສະກັດກັ້ນ ແລະ ປັບໄໝບັນດາການກະທຳສໍ້ໂກງການຄ້າຢ່າງເຂັ້ມງວດ. ຫວຽດນາມ ຕີລາຄາສູງການຮ່ວມມືຂອງອົງການທີ່ມີໜ້າທີ່ຮັບຜິດຊອບອາເມລິກາໃນເຫດນີ້.