ລັດຖະບານອະພິປາຍກ່ຽວກັບປະສິດທິຜົນບັນດາໂຄງການລົງທຶນນຳໃຊ້ແຫຼ່ງທຶນODA
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 28/12, ຢູ່ຮ່າໂນ້ຍ, ລັດຖະບານໄດ້ມີວາລະອະພິປາຍຕໍ່ກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ເຍົາວະຊົນຂອງສະພາແຫ່ງຊາດ ກ່ຽວກັບປະສິດທິຜົນບັນດາໂຄງການລົງທຶນທີ່ນຳໃຊ້ທຶນ ODA ແລະ ທຶນໂຄງການຈຸດໝາຍແຫ່ງຊາດ ໃນຂົງເຂດການສຶກສາ ແລະ ບຳລຸງສ້າງ. ບົດລາຍງານຊອງລັດຖະບານທີ່ວາລະອະພິປາຍຊີ້ໃຫ້ເຫັນວ່າ, ໄລຍະ 2004 – 2014, ຍ້ອນໄດ້ສຳພັດກັບບາງໂຄງການ ODA, ຂະແໜງສຶກສາ ແລະ ບຳລຸງສ້າງໄດ້ຕັ້ງໜ້າ, ຍົກສູງຄຸນນະພາບການສຶກສາບຳລຸງສ້າງເທື່ອລະກ້າວ, ໂດຍສະເພາະແມ່ນຢູ່ບັນດາເຂດປະສົບກັບຄວາມຫຍຸ້ງຍາກ. ທີ່ວາລະອະພິປາຍ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໋ເຟືອງ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ຈະຈັດຕັ້ງຄະນະຄຸ້ມຄອງໂຄງການທຶນ ODA ຄືນໃໝ່, ຕາມທິດລັດສຸມໃສ່ຄຸ້ມຄອງ, ມີວິຊາການ, ຫຼີກລ້ຽງສະພາບລົງທຶນບໍ່ມີຈຸດສຸມ, ຢູ່ທ້ອງຖິ່ນ, ຫົວໜ່ວຍໃດກໍມີຄະນະຄຸ້ມຄອງໂຄງການ ODA ຄືໃນປະຈຸບັນ.