ລັດຖະບານເອົາໃຈໃສ່ສ້າງໂຄງປະກອບຜະລິດກະສິກຳຕາມທິດມີປະສິດທິຜົນຄືນໃໝ່

ລັດຖະບານເອົາໃຈໃສ່ສ້າງໂຄງປະກອບຜະລິດກະສິກຳຕາມທິດມີປະສິດທິຜົນຄືນໃໝ່ - ảnh 1
ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
(ພາບປະກອບ)

(vovworld) - ສະພາ​ປະຊາຊົນ​ແຂວງ​ນາ​ມດິ້ງ ​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 10 ຊຸດ​ທີ 17 (ອາ​ຍຸ​ການ 2011-2016) ​ໃນ​ຕອນ​ເຊົ້າ​ວັນ​ທີ 7/7. ກ່າວ​ຄຳ​ເຫັນ​ທີ່​ກ​ອງປະຊຸມ​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່​ແຂວງ​ນາມ​ດິ້ງ​ບັນລຸ​ໄດ້​ໃນ​ທຸກ​ຂົງ​ເຂດ​ໃນ 6 ​ເດືອນ​ຕົ້ນ​ປີ 2014. ມີ​ຫຼາຍ​ຄາດໝາຍ​ເສດຖະກິດ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ບັນລຸ​ກວ່າ 50% ​ແຜນການ​ປີ, ສູງ​ກວ່າ​ຫຼາຍ​ເມື່ອ​ທຽບ​ໃສ່ ລະດັບສະ​ເລ່ຍຂອງ​ທົ່ວ​ປະ​ເທດ​ຄື : ການ​ຜະລິດ​ກະສິກຳ, ການສົ່ງ​ອອກ, ລາຍ​ຮັບ​ງົບປະມານ.  ​ແຂວງ​ນາ​ມດິ້ງ​ແມ່ນ​ທ້ອງ​ຖິ່ນ​ມີ​ຫຼາຍ​ຕາ​ແສງ​ປະຕິບັດ​ສຳ​ເລັດ​ມາດຖານ​ການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ພາຍຫຼັງ 3 ປີ​ແຫ່ງ​ການ​ຜັນ​ຂະຫຍາຍດ້ວຍ 12 ຕາ​ແສງ​ບັນລຸ​ໄດ້ 19 ມາດຖານ.

    ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ກໍ່​ໄດ້​ປະກາ​ດສັງ​ລວມກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ໃນ 6 ​ເດືອນ​ຕົ້ນ​ປີ 2014 ກໍ່​ຄື​ມາດ​ຕະການ​ຂອງ​ລັດຖະບານ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ: ​ໃນ​ສະພາບທີ່​ຫຍຸ້ງຍາກ, ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ຍັງ​ຮັກສາ​ບັນດາ​ມາດຖານ​ສຳຄັນ, ຕາມ​ນັ້ນ​ແລ້ວ, ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບປະກັນ, ​ໄພ​​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ. ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ສືບຕໍ່ສ້າງ​​ເງື່ອນ​ໄຂ​ສະດວກ​​ໃຫ້ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາ​ໂຄງການ​ທີ່​ມີ​ປະສິດທິ​ຜົນ, ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່, ​ເອົາ​ໃຈ​ໃສ່​ສ້າງ​ໂຄງ​ປະກອບ​ຜະລິດ​ກະສິກຳ​ຄືນ​ໃໝ່​ຕາມ​ທິດ​ມີ​ປະສິດທິ​ຜົນ ຊອກ​ຫາ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ​ກະ​ເສດ, ຍູ້​ແຮງການ​ຮ່ວມ​ສຳພັນ ກັບ ວິ​ສາ​ຫະກິດ  ​ແລະ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ.

 


ຂ່າວ/ບົດ​ອື່ນ