ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ເດີນທາງໄປຍັງ ອິດສະຣາແອັນ
(VOVWORLD) -ວັນທີ 11 ເມສາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ເດີນທາງໄປຍັງ ອິດສະຣາແອັນ ແລະ ເລີ່ມການຢ້ຽມຢາມເປັນເວລາ 2 ວັນ ດ້ວຍໂຄງການດຳເນີນງານ ແມ່ນສຸມໃສ່ບັນຫານິວເຄຼຍ ອີຣານ ເປັນຕົ້ນຕໍ. ນີ້ແມ່ນການຢ້ຽມຢາມ ອິດສະຣາແອັນ ຄັ້ງທຳອິດຂອງເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານຂອງປະທານາທິບໍດີ ອາເມລິກາ Joe Biden.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin (ພາບ: AP) |
ທຳອິດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ມີການພົບປະກັບຄູ່ຕຳແໜ່ງ ອິດສະຣາແອັນ Benny Gantz. ໃນການພົບປະດັ່ງກ່າວ, ທ່ານ Lloyd Austin ເນັ້ນໜັກວ່າ ອາເມລິກາ ຖືການພົວພັນພັນທະມິດລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ແມ່ນປັດໄຈຫຼັກແຫຼ່ງສຳລັບການປ້ອງກັນຄວາມໝັ້ນຄົງຂອງພາກພື້ນ. ສ່ວນທ່ານ Benny Gantz ຢັ້ງຢືນວ່າ ອິດສະຣາແອັນ ຖື ອາເມລິກາ ແມ່ນຄູ່ຮ່ວມມືຮອບດ້ານ ແລະ ຈະສົມທົບກັນຢ່າງແໜ້ນແຟ້ນໃນບັນຫາກ່ຽວກັບ ອີຣານ.
ການເດີນທາງໄປຕ່າງປະເທດຄັ້ງນີ້ຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືກດຳເນີນໃນສະພາບການທີ່ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ອີຣານ ພວມເພີ່ມຂຶ້ນ ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ພວມຊອກຫາວິທີນຳ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ອີຣານ ທີ່ໄດ້ລົງນາມເມື່ອປີ 2015. ອິດສະຣາແອັນ ຄັດຄ້ານເຈດຈຳນົງຂອງ ອາເມລິກາ ກັບຄືນສູ່ຂໍ້ຕົກລົງນິວເຄຼຍ ກັບ ອີຣານ ຍ້ອນຖືວ່າ ຂໍ້ຕົກລົງດັ່ງກ່າວ ອາດຈະເປີດທາງໃຫ້ແກ່ ອີຣານ ພັດທະນາອາວຸດນິວເຄຼຍ ກໍຄື ນາບຂູ່ຕໍ່ການຄົງຕົວຂອງ ອິດສະຣາແອັນ.