ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ
Sergei Lavrov
(ພາບ: sputniknews.com)
|
(vovworld) - ວັນທີ 22/4, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ Sergei Lavrov ມີການຕອບສຳພາດທາງວິທະຍຸກະຈາຍສຽງຂອງລັດເຊຍ ກ່ຽວກັບການພົວພັນສາກົນ ແລະ ນະໂຍບາຍການຕ່າງປະເທດຂອງລັດເຊຍ, ໃນນັ້ນມີການພົວພັນລະຫວ່າງ ລັດເຊຍ ກັບ ອາເມລິກາ ແລະ ຝ່າຍຕາເວັນຕົກ, ກໍ່ຄືສະພາບການຢູ່ ຢູແກຼນ.
ເມື່ອຕອບຄຳຖາມກ່ຽວກັບບັນດາໄພນາບຂູ່ທີ່ມີຕໍ່ ມົດສກູ, ທ່ານ Lavrov ໃຫ້ຮູ້ວ່າ: ຈາກພາກຕາເວັນຕົກ, ອົງການ NATO ນັບມື້ນັບດຳເນີນການຊ້ອມຮົບໃກ້ກັບຊາຍແດນ ລັດເຊຍ ຫຼາຍກ່ວາອີກ, ໃນຂະນະນັ້ນ, ອາເມລິກາ ກໍ່ໄດ້ຈັດຕັ້ງລະບົບປ້ອງກັນລູກສອນໄຟຢູ່ ເອີລົບ, ໂດຍບໍ່ຫົວຊາຕໍ່ຄວາມກ້າວໜ້າທີ່ບັນລຸໄດ້ໃນບັນດາການເຈລະຈາດ້ານນິວເຄຼຍ ກັບ ອີຣານ. ຫຼັງຈາກນັ້ນ, ທ່ານ Lavrov ເນັ້ນໜັກເຖິງໄພນາບຂູ່ຕໍ່ ລັດເຊຍ ຈາກທາງທິດໃຕ້ແມ່ນການເຄື່ອນໄຫວກໍ່ການຮ້າຍ.
ກ່ຽວຂ້ອງເຖິງບັນຫາ ຊີຣີ, ທ່ານລັດຖະມົນຕີ ລັດເຊຍ ໃຫ້ຮູ້ວ່າ: ມົດສກູ ໄດ້ມີການປະກອບສ່ວນພໍສົມຄວນເພື່ອໃຫ້ສະພາບການຢູ່ ຊີຣີ ບໍ່ເກີດຂຶ້ນຫຍັງຄືຢູ່ ລີບີ. ກ່ຽວກັບສະພາບການ ຢູແກຼນ, ທ່ານ Lavrov ຢັ້ງຢືນວ່າ: ມົດສະກູ ປາດຖະໜາຢາກໃຫ້ ຢູແກຼນ ແມ່ນປະເທດ ເອກະພາບແຕ່ຕ້ອງເຄົາລົບຄວາມເປັນຫຼາຍຮູບຫຼາຍແບບ ແລະ ການຈັດແບ່ງສິດອຳນາດໃຫ້ບັນດາພາກພື້ນ, ແລະ ຕ້ອງແມ່ນປະເທດເປັນກາງ ດ້ານການເມືອງ - ການທະຫານເພື່ອຮັບປະກັນວ່າບໍ່ຖືກອົງການ NATO ສ້າງເປັນປະເທດຕ້ານລັດເຊຍ.