ລັດຖະມົນຕີການຕ່າງປະເທດອາເມລິກາຢ້ຽມຢາມຕາເວັນອອກກາງ
(ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kery)
(vovworld) - ວັນທີ 01/08, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kery ໄດ້ໄປຮອດນະຄອນຫຼວງ ກາຍໂຣ, ປະເທດອີຢິບ, ເລີ່ມຕົ້ນການຢ້ຽມຢາມພາກພື້ນຕາເວັນອອກກາງ. ທີ່ ກາຍໂຣ, ທ່ານ John Kery ໄດ້ມີການພົບປະກັບຄູ່ຕຳແໜ່ງອີຢິບ Sameh Shoulri ແລະ ເຂົ້າຮ່ວມການເຈລະຈາຍຸດທະສາດລະຫວ່າງ 2 ປະເທດພັນທະມິດ ໃນສະພາບຄວາມເຄັ່ງຕຶງໃນການພົວພັນລະຫວ່າງ 2 ຝ່າຍເພີ່ມຂຶ້ນນັບແຕ່ປີ 2011 ເມື່ອອີຢິບ ເກີດການຜັນແປດ້ານການເມືອງ. ການເຈລະຈາຄັ້ງນີ້ໄດ້ຮັບຖືວ່າ ຈະຢັ້ງຢືນຄືນໃໝ່ການພົວພັນຄູ່ຮ່ວມມືຍາວນານ ແລະ ໝັ້ນຄົງລະຫວ່າງ 2 ປະເທດ.
ພາຍຫຼັງຢ້ຽມຢາມອີຢິບ, ທ່ານ John Kery ຈະໄປເຖິງ Qatar ໃນວັນທີ 03/08, ເພື່ອພົບປະກັບລັດຖະມົນຕີວ່າການກະຊວງການຕ່າງປະເທດ 6 ປະເທດສະພາຮ່ວມມືເຂດອ່າວເປີເຊຍ (GCC) ເພື່ອແນໃສ່ແກ້ໄຂບັນດາຄວາມວິຕົກກັງວົນຂອງບັນດາປະເທດນັ້ນ ກ່ຽວກັບຂໍ້ຕົກລົງນິວເຄຼຍ ທີ່ຫາກໍໄດ້ຮັບການລົງນາມລະຫວ່າງອີຣານ ແລະ ກຸ່ມ P5+1. ຕາມແຜນການ, ພາຍຫຼັງຢ້ຽມຢາມຕາເວັນອອກກາງ, ທ່ານ John Kery ຈະໄປຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ ນັ້ນແມ່ນ ສິງກະໂປ, ມາເລເຊຍ ແລະ ຫວຽດນາມ.