ລັດຖະມົນຕີການຕ່າງປະເທດອາເມລິກາໄປເຖິງຊາອຸດີອາຣາເບຍເພື່ອປຶກສາຫາລືກ່ຽວກັບຊີຣີ
ລັດຖະມົນຕີການຕ່າງປະເທດອາເມລິກາ
ໄປເຖິງຊາອຸດີອາຣາເບຍເພື່ອປຶກສາຫາລືກ່ຽວກັບຊີຣີ
(ພາບ: sggp)
(vovworld) – ວັນທີ 24/10, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ John Kerry ໄດ້ໄປເຖິງ ຊາອຸດີ ອາຣາເບຍ ເພື່ອປຶກສາຫາລືກັບເຈົ້າຊີວິດ Salman ແລະ ວົງການເຈົ້າໜ້າທີ່ຂອງປະເທດນີ້ ກ່ຽວກັບວິກິດການທີ່ແກ່ຍາວເປັນເວລາ 4 ປີຢູ່ຊີຣີ. ທີ່ການພົບປະກັບເຈົ້າຊີວິດ Salman, 2 ຝ່າຍຮຽກຮ້ອງໃຫ້ປະຊາຄົມໂລກມານະພະຍາຍາມຫຼາຍກວ່າອີກ ເພື່ອແນໃສ່ຟື້ນຟູສະຖຽນລະພາບຂອງຊີຣີ. ໂຄສົກກະຊວງການຕ່າງປະເທດອາເມລິກາ John Kirby ຊີ້ແຈ້ງວ່າ, ທັງ ວໍຊິງຕັນ ແລະ Riyadh ລ້ວນແຕ່ສະໜັບສະໜູນຈຸດໝາຍສ້າງປະເທດຊີຣີ ເປັນເອກະພາບ, ໝັ້ນຄົງ. 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຂົນຂວາຍປະຊາຄົມໂລກສະໜັບສະໜູນຈຸດໝາຍນີ້. ກ່ອນໜ້ານັ້ນ, ທ່ານ John Kerry ໄດ້ມີການເຈລະຈາກັບເຈົ້າຊີວິດ Abdillah II ແລະ ທ່ານປະທານາທິບໍດີປາແລດສຕິນ Mahmud Abbas ກ່ຽວກັບການປະທະກັນລະຫວ່າງ ປາແລດສຕິນ ແລະ ອິດສຣາແອນ.