(vovworld) - ນັບແຕ່ວັນທີ 18 – 19/03, ອະດີດນາຍົກລັດຖະມົນຕີສະຫະພັນລາຊະອານາຈັກອັງກິດ ແລະ ອາຍແລນເໜືອ Tony Blair ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ ແລະ ເຮັດວຽກກັບທ່ານ Tony Blair ໃນຕອນເຊົ້າວັນທີ 19/03, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕີລາຄາສູງບົດບາດອັນຕັ້ງໜ້າ ແລະ ເຈດຕະນາດີຂອງທ່ານ Tony Blair ໃນການໜູນຊ່ວຍ ແລະ ຮ່ວມມືກັບຫວຽດນາມ, ໃນນັ້ນ, ມີເລື່ອງຊຸກຍູ້ການຜັນຂະຫຍາຍບັນດາການເຄື່ອນໄຫວໃຫ້ຄຳປຶກສາ, ໜູນຊ່ວຍຂອງຫ້ອງການ Tony Blair (OTB) ທີ່ມີຕໍ່ບັນດາອົງການຂອງຫວຽດນາມ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ທ່ານ Tony Blair ຕີລາຄາສູງເລື່ອງ ບັນດາອົງການຂອງຫວຽດນາມ ແລະ ຫ້ອງການ OTB ໄດ້ຮີບເຮັ່ງກໍ່ສ້າງ ແລະ ວາງທິດທາງຮ່ວມມືໃນຂົງເຂດໃຫ້ຄຳປຶກສາ, ປະຕິຮູບລັດວິສາຫະກິດ, ດຶງດູດການລົງທຶນຈາກຕ່າງປະເທດ, ຄູ່ຮ່ວມມືພາກລັດ ແລະ ພາກເອກະຊົນ; ໜູນຊ່ວຍ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ພາກເອກະຊົນ, ຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ທ່ານລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາວ່າ ບັນດາທິດທາງດັ່ງກ່າວແມ່ນເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຫວຽດນາມ ໃນວິວັດແຫ່ງການສ້າງໂຄງປະກອບເສດຖະກິດຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕໃນປະຈຸບັນ. 2 ຝ່າຍເຫັນດີເປັນເອກະພາບນຳກັນຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ເພື່ອເປັນເອກະພາບ ແລະ ຫັນບັນດາເນື້ອໃນຮ່ວມມືໃນໄລຍະຈະມາເຖິງເປັນລະອຽດ.