ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ແລະ ຮອງນາຍົກລັດຖະມົນຕີແບນຊິກ
(ພາບ: http://vietnamnet.vn)
|
( vovworld ) - ຕອນເຊົ້າວັນທີ 13/3, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີການຕ່າງປະເທດລາຊະອານາຈັກແບນຊິກ Didier Reynders, ທີ່ການເຈລະຈາ, ສອງຝ່າຍໄດ້ແລກປ່ຽນຫຼາຍບັນຫາເຊິ່ງກ່ຽວຂ້ອງເຖິງການຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ ແລະ ແບນຊິກ. ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ.
“ ບົນພື້ນຖານບັນດາການເຈລະຈາອັນດີງາມລະຫວ່າງອົງມົງກຸດລາຊະກຸມມານແບນຊິກ ແລະ ທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໃນວັນທີ 12/3, ພວກຂ້າພະເຈົ້າໄດ້ເຫັນດີນຳກັນວ່າ ສອງຝ່າຍຄວນສືບຕໍ່ແລກປ່ຽນບັນດາຄະນະຜູ້ແທນ, ຂັ້ນຕ່າງໆ, ສົມທົບກັບການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນດ້ານການທູດລະຫວ່າງສອງປະເທດຫວຽດນາມ ແລະ ແບນຊິກ ໃນປີ 2013, ຍູ້ແຮງການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ສຶກສາ. ພວກຂ້າພະເຈົ້າກໍ່ເຫັນດີກ່ຽວກັບການຍູ້ແຮງການປະຕິບັດບັນດາຂໍ້ຕົກລົງເຊິ່ງບັນລຸໄດ້ ແລະ ສືບຕໍ່ປັບປຸງບັນດາກົນໄກທີ່ມີຢູ່ແລ້ວບັນຄື ຄະນະກຳມະການປະສົມກ່ຽວກັບການຮ່ວມມືພັດທະນາ, ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີແລກປ່ຽນ ແລະ ທາບທາມຄຳເຫັນເປັນປະຈຳລະຫວ່າງສອງກະຊວງການຕ່າງປະເທດ”
ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ກໍໃຫ້ຮູ້ວ່າ, ສອງຝ່າຍໄດ້ເປັນເອກະພາບນຳກັນຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນສອງປະເທດພົວພັນຮ່ວມມື, ຊອກຮູ້ຕະຫຼາດ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງແບນຊິກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື, ພື້ນຖານໂຄງລ່າງ, ການພັດທະນາທ່າກຳປັ່ນທະເລ ແລະ ການບໍລິການພາລະທິການ, ຄົມມະນາຄົມຂົງສົ່ງ, ເຕັກໂນໂລຊີສູງ ແລະ ສາທາລະນະສຸກ.