ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຢ້ຽມຢາມປະເທດເກາະ Fiji

ລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຢ້ຽມຢາມປະເທດເກາະ Fiji - ảnh 1
( ພາບຈາກອີນເຕີແນດ )
( vov world )     ວັນ​ທີ 1 ກຸມພາ, ທ່ານລັດ​ຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergey Lavrov ທີ່​ພວມ​ຢ້ຽມຢາມ Fiji ​​ໄດ້​ຖະ​ແຫຼງວ່າ “ ມະຫາ​ສະມຸດປາຊີ​ຟິກ ວັນ​ນີ້​ແມ່ນ​ເຂດ​ພາກ​ພື້ນ​ຮັບ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ສະຫະພັນ ລັດ​ເຊຍ ”. ທ່ານລັດ​ຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Lavrov ​ໄດ້​​ເດີນທາງ​ໄປ​ຮອດ Fiji ​ໃນ​ຕອນ​ເຊົ້າ​ວັນ​ທີ 1 ກຸມພາ ​ໃນ​ການ​ຢ້ຽມຢາມ​ຂັ້ນ​ສູງ​​ເຖິງ​ປະ​ເທດ​ເກາະ​ນີ້ເປັນ​ຄັ້ງ​ທຳ​ອິດ. ຄຳຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ​ກັບ​ຄູ່ຮ່ວມຕໍ່າ​ແໜ່ງ Fiji ທ່ານ Ratu Inoke Kubuabola. ຕອບ​ຄຳ​ຖາມ​ກ່ຽວ​ກັບ​ນະ​ໂຍບາຍ​ໃໝ່​ຂອງ ອາ​ເມ​ລິ​ກາ ມຸ່ງ​ໄປ​ເຖິງ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ທ່ານລົດ​ຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ໃຫ້​ຮູ້​ວ່າ ພາກ​ພື້ນ​ນີ້​ພວມ​ກາຍ​ເປັນ​ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດ​ໂລກ ​ແລະ ລັດ​ເຊຍ ພວມ​ມານະ​ພະຍາຍາມ​ຊອກ​ຫາ​ບັນດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ການ​ຮ່ວມ​ມື​ທີ່​ຕາງ​ຝ່າຍ​ຕາງ​ມີ​ຜົນ​ປະ​ໂຫຍ​ດ.
ຂ່າວ/ບົດ​ອື່ນ