ລັດເຊຍກ່າວປະນາມເລື່ອງຕວກກີຕັ້ງໃຈຍິງເຮືອບິນຂອງລັດເຊຍຕົກ
ເຮືອບິນຂອງລັດເຊຍຕົກ
(ພາບ: RT)
(vovworld) - ວັນທີ 23/12, ໂຄສົກກະຊວງປ້ອງກັນປະເທດລັດເຊຍ Kanashenkov ຖືວ່າ, ໃນພາກຕົວຈິງ ຝ່າຍຕວກກີ ໄດ້ຮັບຮອງມີແຜນການກ່ອນທີ່ເກີດເຫດຍິງຕົກເຮືອບິນ Su 24 ຂອງລັດເຊຍ ທີ່ພວມເຂົ້າຮ່ວມການຕໍ່ສູ້ຕ້ານອົງການລັດອິດສະລາມ (IS) ອ້າງຊື່ເອງ ເມື່ອວັນທີ 24/11. ທ່ານ Kanashenkov ໄດ້ຍົກອອກຄຳກ່າວຫາດັ່ງກ່າວ ພາຍຫຼັງສື່ມວນຊົນຕວກກີ ຄັດຄຳເວົ້າຂອງໂຄສົກລັດຖະບານຕວກກີ Numan Kurtulmus, ປະກາດບັນດາຂໍ້ມູນຂ່າວຊັດເຈນກ່ຽວກັບຈຳນວນຖ້ຽວບິນສູ້ຮົບຂອງກອງທັບອາກາດລັດເຊຍ ຢູ່ຊີຣີ. ທ່ານ Kanashenkov ຖືວ່າ, Ankara ໄດ້ຊີ້ໃຫ້ເຫັນວ່າ ເຂົາເຈົ້າມີຂໍ້ມູນກ່ຽວກັບບັນດາຖ້ຽວບິນໂດຍກອງທັບລັດເຊຍ ສົ່ງໃຫ້ອາເມລິກາ ຕາມຂໍ້ຕົກລົງ 2 ຝ່າຍ ແລະ ອາເມລິກາ ໄດ້້ແບ່ງປັນກັບຕວກກີ ຄືກັນກັບພັນທະມິດ. ຕາມທ່ານ Kanashenkov ແລ້ວ, ເມື່ອຍິງເຮືອບິນ Su 24 ຕົກ, ກອງບັນຊາການກອງທັບຕວກກີ ໄດ້ຮູ້ເວລາ ແລະ ເຂດທີ່ເຮືອບິນລັດເຊຍ ປະຕິບັດໜ້າທີ່ຕໍ່ສູ້ຂອງຕົນຢ່າງຊັດເຈນ. ສະນັ້ນ, ຄຳຖະແຫຼງຂອງໂຄສົກລັດຖະບານຕວກກີ ອາດໄດ້ຮັບຖືວ່າແມ່ນຄຳຢືນຢັນທາງການ ກ່ຽວກັບ “ແຜນການຍິງເຮືອບິນລັດເຊຍ ຕົກຢູ່ນ່ານຟ້າຊີຣີ ແລະ ເຂັ່ນຂ້າທະຫານລັດເຊຍ”.