(vovworld) – ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 19/6, ໂຄສົກກະຊວງການຕ່າງປະເທດ ລັດເຊຍ Alexander Lukashenvich ຮຽກຮ້ອງໃຫ້ບັນດາປະເທດ ກຳມະການສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນຮ່າງມະຕິກ່ຽວກັບ ຢູແກຼນ ໂດຍມົດສກູ ສະເໜີໃນສະພາບການປະທະກັນດ້ວຍອາວຸດ ແລະ ວິກິດການມະນຸດສະທຳເພີ່ມຂຶ້ນຢ່າງແຮງຢູ່ພາກຕາເວັນອອກສ່ຽງໃຕ້ ຢູແກຼນ.
ກ່ຽວຂ້ອງເຖິງຖະແຫຼງການຂອງ ຢູແກຼນ ຊຶ່ງຈະແບ່ງກຳນົດຊາຍແດນກັບ ລັດເຊຍ ພຽງລຳພັງຝ່າຍດຽວ, ທ່ານ Lukashenvich ຖະແຫຼງມົດສກູ ຫວັງວ່າ ກີແອບ ຈະບໍ່ປະຕິບັດວຽກງານນີ້. ກ່ອນໜ້ານັ້ນ, ວັນທີ 17/6 ຜ່ານມາ, ລັດເຊຍ ໄດ້ຍື່ນສະເໜີຮ່າງມະຕິສະບັບໃໝ່ກ່ຽວກັບ ຢູແກຼນ, ໃນນັ້ນສຸມໃສ່ເຂົ້າໃນວິກິດການມະນຸດສະທຳຢູ່ ພາກຕາເວັນອອກສ່ຽງໃຕ້ ຂອງປະເທດບ້ານໃກ້ເຮືອນຄຽງ.
ວັນທີ 19/6, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາຂໍ້ຕົກລົງສະໜອງໃຫ້ກອງທັບ 50 ລ້ານ USD ເພື່ອແນໃສ່ເພີ່ມທະວີອາວຸດ ແລະ ບັນດາພາຫະນະປົກປ້ອງນາຍທະຫານເຂົ້າຮ່ວມບັ້ນຮົບຕ້ານກຳລັງທ່ວງເອົາຫັນພາກຕາເວັນອອກເປັນສະຫະພັນ.