ລັດເຊຍ-ອາເມລິກາເຫັນດີບໍ່ປຶກສາຫາລືກ່ຽວກັບອະນາຄົກຂອງປະທານາທິບໍດີຊີຣີໃນຈຸດເວລານີ້

ລັດເຊຍ-ອາເມລິກາເຫັນດີບໍ່ປຶກສາຫາລືກ່ຽວກັບອະນາຄົກຂອງປະທານາທິບໍດີຊີຣີໃນຈຸດເວລານີ້ - ảnh 1
ທ່ານ Sergei Ryabkov ແລະ ​ທ່ານ John Kerry
(ພາບ: AFP/ TTXVN)


(vovworld) - ​ວັນ​ທີ 25/03, ສຳ​ນັກ​ຂ່າວ​ສານ Interfax ຂອງ​ລັດ​ເຊຍ ໄດ້​​ຄັດ​ຄຳ​ເວົ້າ​ຊອງ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ລັດ​ເຊຍ Sergei Ryabkov ​ເຊິ່ງໃຫ້​ຮູ້​ວ່າ, ປະ​ເທດນ​ີ້ ແລະ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ​​ຕໍ່ທັດ​ສະ​ນະ​ທີ່​ວ່າ ອະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ Bashar al Assad ບໍ່​ຄວນ​ຍົກ​ອອກ​ມາ​ເພື່ອ​ປຶກ​ສາ​ຫລື​ໃນ​ຈຸດ​ເວ​ລານີ້. ກ່າວ​ຄຳ​​ເ​ຫັນ​ເມື່ອ​ຕີ​ລາ​ຄາ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ລັດ​ເຊຍ ຫວ່າງ​ແລ້ວນີ້​ຂອງ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານ Sergei Ryabkov ໃຫ້​ຮູ້​ວ່າ, ສັງ​ເກດ​ລວມ​ແລ້ວ, ວິ​ວັດ​ທະ​ນາ​ການ​ການ​ເມືອງ​ຢູ່​ຊີ​ຣີ ມີ​ຄວາມ​ເປັນ​ໄປ​ໄດ້​ກວ່າ. ໃນ​ໄລ​ຍະ​ຍາວ, ມົດ​ສະ​ກູ ໄດ້​ຊອກ​ເຫັນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງວ​ໍ​ຊິງ​ຕັນ ກ່ຽວ​ກັບ​ບັນ​ດາ​ທັດ​ສະ​ນະ​ພື້ນ​ຖານ​ໂດຍຕັດ​ສິນ​ວ່າ ບັນ​​ຫາອ​ະ​ນາ​ຄົດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ ຈ​ະ​ບໍ່​ນອນ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ໃນ​ໄລ​ຍະ​ນີ້.

ຂ່າວ/ບົດ​ອື່ນ