ລັດເຊຍ, ຈີນ ຊອກຫາມາດຕະການເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ

(VOVWORLD) - ວັນທີ 20 ກໍລະກົດ ກະຊວງການຕ່າງປະເທດ ລັດເຊຍ ປະກາດວ່າ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Igor Morgulov ແລະ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຈີນ ທ່ານ ກົງຊວນຢິວ
ລັດເຊຍ, ຈີນ ຊອກຫາມາດຕະການເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ - ảnh 1 (ພາບປະກອບ)

ມີການພົບປະກັນຢູ່ ປັກກີງ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມສະຫງົບປອດໄພຢູ່ ອາຊີຕາເວັນອອກສ່ຽງເໜືອ, ພິເສດ ແມ່ນບັນດາມາດຕະການເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ. ປະກາດຂອງກະຊວງດັ່ງກ່າວຊີ້ແຈ້ງວ່າ: “2 ຝ່າຍໄດ້ຈັດຕັ້ງການປະຊຸມປິດລັບກ່ຽວກັບບັນດາແງ່ມູນດ້ານການທະຫານ ແລະ ດ້ານການເມືອງຂອງພື້ນຖານຄວາມສະຫງົບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ, ປຶກສາຫາລືລາຍລະອຽດ ບັນດາໂອກາດເຊິ່ງມີຢູ່ແລ້ວໃນປະຈຸບັນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມ ເກົາຫຼີ ແລະ ສະແດງຄວາມວິຕົກກັງວົນລວມ ກ່ຽວກັບເລື່ອງ ສປປ.ເກົາຫຼີ ສືບຕໍ່ຍິງລູກສອນໄຟກໍ່ຄືການເຄື່ອນໄຫວດ້ານການທະຫານຢູ່ລະດັບສູງໃນພາກພື້ນນີ້”. 2 ຝ່າຍກໍ່ເຫັນດີສືບຕໍ່ສົມທົບກັບຢູ່ທຸກລະດັບ ແລະ ມານະພະຍາຍາມ ເພື່ອແນໃສ່ປັບປຸງສະພາບການໃນແຫຼມ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ