ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ​ກັບ ເອີ​ຣົບ ບົນ​ພື້ນ​ຖານ​​ສະ​ຖຽນ​ລະ​ພາບ, ຍາວ​ນານ

(VOVWORLD) - ວັນທີ 09 ມີນາ, ທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ   ຢັ້ງຢືນວ່າ ລັດເຊຍ ຍາມໃດກໍຊັ່ງຊາຄວາມສາມາດຮ່ວມມືກັບບັນດາຄູ່ຮ່ວມມື ເອີຣົບ ໃນຂົງເຂດພະລັງງານ, ດ້ວຍເງື່ອນໄຂ ສາຍພົວພັນນັ້ນໄດ້ຮັບການກໍ່ສ້າງແບບຍືນຍົງ, ບໍ່ຖືກຜົນກະທົບຈາກບັນດາປັດໄຈການເມືອງແບບຊົ່ວຄາວ. ເມື່ອກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບສະພາບການຕະຫຼາດນ້ຳມັນອາຍແກັດໂລກ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ລັດເຊຍ ບໍ່ເຄີຍປະຕິເສດຮ່ວມມືກັບບັນດາຄູ່ຮ່ວມມືເອີຣົບຈັກເທື່ອ.
ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ທາງ​ດ້ານ​ພະ​ລັງ​ງານ​ກັບ ເອີ​ຣົບ ບົນ​ພື້ນ​ຖານ​​ສະ​ຖຽນ​ລະ​ພາບ, ຍາວ​ນານ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Sputnik/Gavriil Grigorov/Pool via REUTERS)

ເຖິງຢ່າງໃດກໍຕາມ, ລັດເຊຍ ຕ້ອງການບັນດາສັນຍານທີ່ຈະແຈ້ງສະແດງໃຫ້ເຫັນວ່າ ບັນດາວິສາຫະກິດ ແລະ ປະເທດກ່ຽວຂ້ອງມີຄວາມປາດຖະໜາຢາກສ້າງສາຍພົວພັນຮ່ວມມືແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງແທ້ຈິງ.

ກໍໃນການຜັນແປທີ່ກ່ຽວຂ້ອງ, ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມພິຈາລະນາຄວາມສາມາດຜ່ອນຜັນຄຳສັ່ງລົງໂທດນ້ຳມັນບໍ່ຈຳນວນໜຶ່ງສຳລັບ ລັດເຊຍ ເພື່ອແນໃສ່ເພີ່ມທະວີແຫຼ່ງສະໜອງພະລັງງານທົ່ວໂລກ, ໃນສະພາບລາຄານ້ຳເພີ່ມຂຶ້ນຢ່າງແຮງ ຍ້ອນການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ.


 

ຕອບກັບ

ຂ່າວ/ບົດ​ອື່ນ