ລັດເຊຍ ຮັບປະກັນ ຄວາມຍຸຕິທຳໃຫ້ແກ່ ການເລືອກຕັ້ງປະທາ ນາທິບໍດີ 2012
ພາບປະກອບ
(ພາບ: vietnamnet.vn)
(vovworld) - ວັນທີ 4/3, ປະເທດລັດເຊຍ ຈະກ້າວເຂົ້າສູ່ການເລືອກຕັ້ງປະທານາທິບໍດີຄົນໃໝ່ ຢ່າງເປັນທາງການ. ເພື່ອໃຫ້ການເລືອກຕັ້ງດຳເນີນໄປຢ່າງໂປງໃສ, ບັນດາເຈົ້າໜ້າທີ່ ລັດເຊຍ ໄດ້ດຳເນີນມາດຕະການໃໝ່ໃນການຈັດຕັ້ງການເລືອກຕັ້ງປະທານາທິບໍດີ ລັດເຊຍປີ 2012, ຄືຕິດຕັ້ງ camera ຢູ່ສະຖານທີ່ປ່ອນບັດເລືອກຕັ້ງກ່ວາ 94.000 ແຫ່ງໃນທົ່ວປະເທດ. ສະເພາະຢູ່ນະຄອນຫຼວງ ມົດກູ ມີການເຄື່ອນໄຫວເຝິກຊອມກ່ອນວັນເລືອກຕັ້ງ.
ໝາກຜົນຂອງການເລືອກຕັ້ງປະທານາທິບໍດີ ໃນວັນທີ 4/3, ໄດ້ຮັບຄວາມສົນໃຈເປັນພິເສດຈາກຫາງສຽງລັດເຊຍ ແລະ ໂລກ. ອັດຕາສ່ວນສະໜັບສະໜູນທ່ານ Putin ນັບມື້ນັບເພີ່ມຂຶ້ນ, ເພາະວ່າທິດທາງ ແລະ ວິທີການນຳພາຂອງທ່ານໄດ້ປ່ຽນແປງໃໝ່ຕາມທິດໃກ້ສິດຕິດແທດກ່ວາກັບປະຊາຊົນ.