ລະດົມກຳລັງໃຈຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ,ບື່ນຕົວຂຶ້ນໃນຊີວິດການເປັນຢູ່ ວັນພຸດ ທີ 10 ສິງຫາ ຄ.ສ. 2016 | 14:05:19 ທ່ານ ຮ່ວາງມິງທ໋ວານ ພ້ອມກັບລູກສອນຄົນຖືກຜົນສະທ້ອນຈາກທາດພິດສີສົ້ມ (vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນວິນາດສະກຳທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (10/8/1961 – 10/8/2016), ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ແຂວງ ລອງອານ ໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເບິ່ງແຍງດູແລ, ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍທັງກ່ຽວກັບດ້ານວັດຖຸ ແລະ ຈິດໃຈ. ຕາມນັ້ນແລ້ວ, ສະມາຄົມໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ, ແຕ່ລະຫຼັງມີມູນຄ່າ 40 ລ້ານດົ່ງ, ໜູນຊ່ວຍແຕ່ລະຄອບຄົວຜູ້ປະສົບເຄາະຮ້າຍສ້ອມແປງເຮືອຊານດ້ວຍຈຳນວນເງິນ 10 ລ້ານດົ່ງ (ຈຳນວນເງິນນີ້ໂດຍບັນດາວິສາຫະກິດໃນບໍລິເວນແຂວງ ອຸປະຖຳ). ນອກຈາກນັ້ນ, ທາງສະມາຄົມກໍ່ໄດ້ມອບເງິນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ 3 ຄອບຄົວຜູ້ປະສົບເຄາະຮ້າຍທີ່ປະສົບກັບຄວາມຫຍູ້ງຍາກເປັນພິເສດ, ທີ່ບໍ່ມີເຮືອນຢູ່ດ້ວຍຈຳນວນເງິນ 150 ລ້ານດົ່ງ, ຈັດຕັ້ງການໄປຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນແຂວງ 150 ພູດ, ເພື່ອແນໃສ່ລະດົມກຳລັງໃຈບັນດາຜູ້ປະສົບເຄາະຮ້າຍຜ່ານຜ່າຄວາມເຈັບປວດ, ສືບຕໍ່ບື່ນຕົວຂຶ້ນໃນຊີວິດການເປັນຢູ່. ວັນທີ 9/8, ແຂວງ ດົ່ງນາຍ ໄດ້ຈັດຕັ້ງການຍ້ອງຍໍຊົມເຊີຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນເປັນຄົນພິການ 11 ຄົນແຕ່ພະຍາຍາມບື່ນຕົວຂຶ້ນໃນການດຳລົງຊີວິດ, ການຮ່ຳຮຽນ, ການອອກແຮງງານທຳການຜະລິດ. ຕອບກັບ ສົ່ງ ຂ່າວ/ບົດອື່ນ Houthi ບຸກໂຈມຕີ ກຳປັ່ນຂົນສົ່ງສິນຄ້າຢູ່ ອ່າວ Aden ຜູ້ແຫ່ຂະບວນນັບພັນໆຄົນຢູ່ ອັງກິດ ໄດ້ຮຽກຮ້ອງການກະທຳຮີບດ່ວນກ່ຽວກັບສິ່ງແວດລ້ອມ ເສດຖະກິດ ຫວຽດນາມ ຮັກສາແງ່ຫວັງຢ່າງຕັ້ງໜ້າ ກໍ່ສ້າງດ່າລາດ ແລະ ເຂດອ້ອມຂ້າງ ກາຍເປັນສູນທ່ອງທ່ຽວທີມີຄຸນນະພາບສູງຂອງ ອາຊີຕາເວັນອອກສ່ຽງໃຕ້
ກໍ່ສ້າງດ່າລາດ ແລະ ເຂດອ້ອມຂ້າງ ກາຍເປັນສູນທ່ອງທ່ຽວທີມີຄຸນນະພາບສູງຂອງ ອາຊີຕາເວັນອອກສ່ຽງໃຕ້
ທ່ານປະທານປະເທດ ຫວຽດນາມ ໂຕເລີມ ຕ້ອນຮັບ ແລະ ສົນທະນາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢ່າງເປັນທາງການ
ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ້າງຂີດໝາຍໃໝ່ໃຫ້ແກ່ການພັດທະນາແບບຍືນຍົງລະຫວ່າງການພົວພັນສອງປະເທດ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ນຳສົ່ງອັດຖິບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດຢູ່ ພາກເໜືອລາວ ກັບເມືອ ຫວຽດນາມ
ສະເຫຼີມສະຫຼອງ 30 ປີແຫ່ງວັນມູນເຊື້ອກອງຄົ້ນຫາ, ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ ທະຫານເຂດ 2 ຢູ່ລາວ
ນະຄອນ ໂຮ່ຈີມິນ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມືລາວ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ