ຜູ້ແຫ່ຂະບວນນັບພັນໆຄົນຢູ່ ອັງກິດ ໄດ້ຮຽກຮ້ອງການກະທຳຮີບດ່ວນກ່ຽວກັບສິ່ງແວດລ້ອມ

(VOVWORLD) - ວັນທີ 22 ມິຖຸນາ, ຊາວອັງກິດນັບພັນໆຄົນໃນທົ່ວປະເທດ ໄດ້ເຕົ້າໂຮມຢູ່ ນະຄອນຫລວງລອນດອນ ເພື່ອເຂົ້າຮ່ວມການແຫ່ຂະບວນ “ຟື້ນຟູຄວາມເປັນປົກກະຕິໃນທັນທີ”. 

ເຂົ້າຮ່ວມການແຫ່ຂະບວນ ມີປະມານ 350 ອົງການກຸສົນ, ໃນນັ້ນ ມີບັນດາອົງການ National Trust, ກອງທຶນສາກົນປົກປ້ອງທຳມະຊາດ(WWF), ບັນດາ ກຸ່ມ Just Stop Oil  ແລະ Extinction Rebellion, ເພື່ອແນໃສ່ຮຽກຮ້ອງບັນດານັກການເມືອງຄວນມີການກະທຳຮີບດ່ວນເພື່ອປົກປັກຮັກສາສິ່ງແວດລ້ອມ.

ນຸ່ງຊຸດ ອາພອນດ້ວຍຫົວເລື່ອງສັດປ່າ, ບັນດາຜູ້ເຂົ້າຮ່ວມການແຫ່ຂະບວນ ໄດ້ຮຽກຮ້ອງຝ່າຍກໍ່ມົນລະພິດຕໍ່ສິ່ງແວດລ້ອມຕ້ອງຊົດເຊີຍ ແລະ ເພີ່ມທະວີການຫນູນຊ່ວຍຊາວກະສິກອນດ້ວຍວິທີເພິ່ມງົບປະມານໃຫ້ແກ່ກະສິກຳເປັນມິດກັບສິ່ງແວດລ້ອມກັບສິ່ງແວດລ້ອມ. ບັນດາຜູ້ແຫ່ຂະບວນກໍ່ເລັ່ງລັດສະພາແຫ່ງຊາດໃນອາຍຸການໃຫມ່ ພາຍຫລັງການເລືອກຕັ້ງທົ່ວປະເທດຈັດຂຶ້ນໃນເດືອນກໍລະກົດ ຈະຮັບຮອງເອົາຮ່າງກົດໝາຍວ່າດ້ວຍສິດສິ່ງແວດລ້ອມ ເພື່ອແນໃສ່ຮັບປະກັນສິດໄດ້ຊົມໃຊ້ສິ່ງແວດລ້ອມປອດໃສ.


ຕອບກັບ

ຂ່າວ/ບົດ​ອື່ນ