ລະນຶກ 10 ປີແຫ່ງກໍລະນີວາງ ລະເບີດຢູ່ເກາະບາລີ ປະເທດອີນໂນເນເຊຍ
ການເຄື່ອນໄຫວລະນຶກ 10 ປີ ກໍລະນີວາງລະເບີດຢູ່ເກາະ ບາລີ
(ພາບ: BBC)
|
Vovworld- ວັນທີ 12/10, ອີນໂດເນເຊຍ ແລະ ອົດສະຕາລີ ໄດ້ດຳເນີນບັນດາ ການເຄື່ອນໄຫວລະນຶກ 10 ປີ ກໍລະນີວາງລະເບີດທີ່ຫວາດຫວັ່ນຂວັນຫາຍຢູ່ເກາະ ບາລີ ປະເທດອີນໂນເນເຊຍ, ອັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 202 ຄົນ, ໃນນັ້ນມີນັກທ່ອງທ່ຽວຊາວອົດສະຕາລີ 88 ຄົນ . ຢູ່ ບາລີ ພິທີອາໄລຫາຖືກເລີ່ມດຳເນີນດ້ວຍບົດເພງ Imagine ຂອງນັກຮ້ອງ John Lennon ທີ່ມີຄວາມໝາຍພາວະນາໃຫ້ໂລກປາສະຈາກສົງຄາມ, ການນອງເລືອດ ແລະ ມວນມະນຸດຈົ່ງພ້ອມກັນດຳລົງຊີວິດໃນທ່າມກາງຄວາມສັນຕິພາບ ແລະ ຄວາມຮັກແພງຕໍ່ກັນ. ກ່າວຄຳເຫັນທີ່ພິທີດັ່ງກ່າວ, ລັດຖະມົນຕີການຕ່າງປະເທດອີນໂດເນເຊຍ Natalegawa ໄດ້ຢືນຢັນວ່າ ການເຄ່ື່ອນໄຫວອາໄລຫານີ້ ແມ່ນກາລະໂອກາດເພື່ອໃຫ້ ອີນໂດເນເຊຍ ແລະ ອົດສະຕາລີ ຢືນຢັນຄືນຄຳໝັ້ນສັນຍາພ້ອມກັນຕໍ່ສູ້ຕ້ານລັດທິຫົວຮຸນແຮງດ້ວຍທຸກໆຮູບແບບແນໃສ່ປັດເຄ່ຍມັນ ອອກຈາກສັງຄົມ.