ລາຍການຊ່ວຍເຫລືອນັກຮຽນປະສົບກັບຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນໃນຊີວິດ

ລາຍການຊ່ວຍເຫລືອນັກຮຽນປະສົບກັບຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນໃນຊີວິດ - ảnh 1
(ພາບປະກອບ: TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 28/6 ຢູ່ ຮ່າ​ໂນ້ຍ, ສະ​ມາ​ຄົມ​ປົກ​ປ້ອງ​ສິດ​ຂອງ​ເດັກ​ຫວຽດ​ນາມ ສົມ​ທົບ​ກັບ​ບາງ​ຫົວ​ຫນ່ວຍ ຈັດ​ຕັ້ງ​ລາຍ​ການ “ຊ່ວຍ​ເຫລືອ​ນັກ​ຮຽນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກເພື່ອ​ບືນ​ຕົວ​ຂຶ້ນ​ໃນ​ຊີ​ວິດ” ຄັ້ງ​ທີ 2 ປີ 2015. ນະ​ທີ່ນີ້ ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ເດັກ​ນ້ອຍ 50 ຄົນ ຊື່ງ​ແມ່ນ​ຜູ້​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກໄດ້​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ມີ​ຜົນ​ງານ​ດີ​ໃນ​ການ​ຮ່ຳ​ຮຽນ​ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ຄື: ລາວ​ກາຍ, ບັກ​ນິງ, ແທງ​ຮ​ວາ, ດາ​ຫນັງ, ກວ໋າງ​ຈີ້, ລອງ​ອານ ແລະ ນະ​ຄອນ​ໂຮ່​ຈິ​ມີນ. ລາຍ​ການ​ດັ່ງ​ກ່າວ​ຖືກ​ຈັດ​ຂຶ້ນ ເພື່ອ​ຈຸດ​ໝາຍ​ປະ​ກອບ​ສ່ວນ​ຊ່ວຍ​ເຫລືອ​ເດັກ​ນ້ອຍ​ທຸກ​ຍາກ​ໃນ​ວົງ​ຄະ​ນາ​ຍາດ​ສັງ​ຄົມ​ບືນ​ຕົວ​ຂຶ້ນ​ໃນ​ຊີ​ວິດ. ນີ້​ກ​ໍ​ແມ່ນ​ຂົວ​ຕໍ່​ເພື່ອ​ໃຫ້​ພວກ​ນ້ອງ​ປະ​ຕິ​ບັດ​ຄວາມ​ໄຝ່​ຝັນ​ຂອງ​ຕົນ ພະ​ຍາ​ຍາມ​ກາຍ​ເປັນ​ຜູ້​ມີ​ປະ​ໂຫຍດ​ຕໍ່​ສັງ​ຄົມ.

 

 

 

ຂ່າວ/ບົດ​ອື່ນ