( vovworld ) – ລາຍການ “ ສີສັນເຂດ Tay Bac ” ຈະຖືກດຳເນີນໃນລະຫວ່າງວັນທີ 26 – 28/4/2012 ຢູ່ສູນວາງສະແດງວັດທະນະທຳສີລະປະຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ທີ່ການປະຊຸມຂ່າວເມື່ອຕອນເຊົ້າວັນທີ 20/4 ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ ຈະມີການເຄື່ອນໄຫວໃຫຍ່ 3 ປະການໃນລາຍການ “ ສີສັນເຂດ Tay Bac ”. ງານວາງສະແດງ “ ຄວາມເປັນເອກະລັກສະເພາະວັດທະນະທຳ Tay Bac ” ໂຄສະນາວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າຂອງ 6 ແຂວງພູດອຍທາງທິດຕາເວັນຕົກສຽງເໜືອ ຜ່ານຮູຍຖ່າຍ, ຊຸດອາພອນ, ເຄື່ອງມືຜະລິດຮັບໃຊ້ດຳລົງຊີວິດ, ບັນດາເຄື່ອງດົນຕີພື້ນເມືອງາ ແລະ ງານບຸນປະເພນີ. ທ່ານນາງ Nguyen Thi Hoa, ຮອງຜູ້ອຳນວຍການສູນສະແດງວັດທະນະທຳສີລະປະຫວຽດນາມ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງລາຍການ“ ສີສັນເຂດ Tay Bac ” ໃຫ້ຮູ້ວ່າ.
“ ພວກຂ້າພະເຈົ້າຢາກສົ່ງສານເຖິງປະຊາຊົນນະຄອນຫຼວງ ຈົ່ງມາເຂດພູສູງ Tay Bac ແລະ Tay Bac ແມ່ນຈຸດນັດພົບທີ່ຈັບໃຈທີ່ມີຕໍ່ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ຜ່ານການເຄື່ອນໄຫວວັດທະນະທຳນີ້ບໍ່ພຽງແຕ່ເພື່ອອານຸລັກຮັກສາ, ເສີມຂະຫຍາຍ, ຮັກສາວັດທະນະທຳຂອງ Tay Bac ເທົ່ານັ້ນ ຫາກຍັງໂຄສະນາວັດທະນະທຳ, ການທ່ອງທ່ຽວ Tay Bac ອີກດ້ວຍ, ເຮັດແນວໃດເພື່ອໃຫ້ Tay Bac ນັບມື້ນັບມີຊື່ສຽງຫຼາຍຂຶ້ນ”.