ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນມອບຂອງຂວັນໃຫ້
ນັກຮົບເກົ່າແລະແມ່ຫວຽດນາມວິລະຊົນ
|
(vovworld)- ມຸ່ງໄປເຖິງການສະເຫລີມສະຫລອງ ວັນທະຫານເສຍອົງຄະ, ນັກຮົບເສຍສະຫລະຊີວິດເພື່ອຊາດ ຄືວັນທີ 27/7, ຕອນຄ່ຳວັນທີ 16/7 ຢູ່ ຮ່າໂນ້ຍ, ສະມາຄົມນັກຮົບເກົ່າ ຫວຽດນາມ ສົມທົບກັບ ສະຫະສະມາຄົມນັກທຸລະກິດນັກຮົບເກົ່າຫວຽດນາມ ຈັດຕັ້ງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ”. ໃນໂອກາດນີ້, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຮ່ວມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ວິລະຊົນກຳລັງປະກອບອາວຸດ ແລະ ວິລະຊົນແຮງງານດີເດັ່ນ. ລາຍການດັ່ງກ່າວແມ່ນເພື່ອເຊີດຊູ, ລະດົມກຳລັງໃຈ ແລະ ຍ້ອງຍໍບັນດານັກທຸລະກິດແມ່ນນັກຮົບເກົ່າດີເດັ່ນ ໄດ້ຝຶກຝົນຫລໍ່ຫລອມໃນສົງຄາມປະຕິວັດ, ແຕ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດກ້າເຮັດ, ຜ່ານຜ່າທຸກຄວາມຫຍຸ້ງຍາກໃນໄລຍະປ່ຽນໃຫມ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ມີຜົນງານຫລາຍຢ່າງໃນການຜະລິດ, ດຳເນີນທຸລະກິດ.