(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປະທານ ໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ, ຕອນຄໍ່າວັນທີ 11/06, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ສົມທົບກັນຈັດຕັ້ງລານການສະແດງສີລະປະດ້ວຍຫົວຂໍ້ວ່າ “ບັນດາຄັນທຸງນຳໜ້າ”. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸ໋ກ ເນັ້ນໜັກວ່າ ໃນສະພາບການໃໝ່, ຄຽງຂ້າງບັນດາໂອກາດ ແລະ ຄວາມສະດວກ, ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ເພື່ອຜ່ານຜ່າບັນດາສິ່ງທ້າທາຍດັ່ງກ່າວ ບໍ່ມີກຳລັງແຮງໃດໃຫຍ່ກວ່າກຳລັງພາຍໃນຂອງທົ່ວພັກ, ທົ່ວປວງຊົນ.. ດ້ວຍບັນດາຂະບວນການແຂ່ງຂັນຮັກຊາດ.
“ຂ້າພະເຈົ້າສະເໜີໃຫ້ຂະແໜງການທຸກຂັ້ນ, ບັນດາອົງການ, ອົງການຈັດຕັ້ງ ສ້າງບັນດາລາຍການແຂ່ງຂັນຮັກຊາດຢູ່ຫົວໜ່ວຍຂອງຕົນ. ໃນນັ້ນ ຍົກອອກບັນດາມາດຕະການອັນລະອຽດ ເພື່ອຈັດຕັ້ງການປະຕິບັດຢ່າງມີປະສິດທິຜົນ, ຮັບປະກັນຂະບວນການແຂ່ງຂັນຮັກຊາດກາຍເປັນຂະບວນການກວ້າງຂວາງຂອງມະຫາຊົນ, ແມ່ນກຳລັງໜູນຊຸກຍູ້ການພັດທະນາເສດຖະກິດສັງຄົມ ແລະ ສ້າງມະນຸດໃໝ່”.
ແລະກໍໃນຕອນຄໍ່າວັນດຽວກັນ, ສະພາແຂ່ງຂັນ ຍ້ອງຍໍນະຄອນໂຮ່ຈິມິນ ໄດ້ຈັດພິທີມອບລາງວັນໃຫ້ແກ່ງານປະກວດຖ່າຍຮູບ ແລະ ແຕ່ງບົດເພງກ່ຽວກັບຫົວຂໍ້ “ແຂ່ງຂັນຮັກຊາດເພື່ອນະຄອນທີ່ສວຍງາມ, ສີວິໄລ”. ພາຍຫຼັງ 2 ເດືອນແຫ່ງການປຸກລະດົມ, ຄະນະຈັດຕັ້ງເລືອກໄດ້ 7 ບົດເພງທີ່ດີເດັ່ນມີເນື້ອໃນໂຄສະນາແນວຄິດປະທານໂຮ່ຈິມິນ ກ່ຽວກັບການແຂ່ງຂັນຮັກຊາດ, ລະດົມສະຕິຕື່ນຕົວ, ມີຫົວຄິດປະດິດສ້າງຂອງປະຊາຊົນໃນຊີວິດສັງຄົມ, ພັດທະນາເສດຖະກິດສັງຄົມເພື່ອມອບລາງວັນ.