ລາຍການສິລະປະ“ຄວາມມຸ່ງຫວັງໃນລະດູບານໃຫມ່”
|
(vovworld) - ຕອນຄຳ່ວັນທີ 9/4 ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະທີ່ເປັນເອກະລັກສະເພາະທີ່ມີຫົວຂໍ້ວ່າ“ຄວາມມຸ່ງຫວັງໃນລະດູບານໃຫມ່” ເປັນການ ປີດທ້າຍການເຄື່ອນໄຫວໃນຂອບເຂດເຫດການ“ລະດູບານໃຫມ່ເຊີດຊູວັດທະນະທຳຊົນເຜົ່າ 2014” ຊື່ງຈັດຂຶ້ນແຕ່ວັນທີ 5-9/4. ເຫດການນີ້ ໂດຍສະມາຄົມນັກຂ່າວ ຫວຽດນາມ ສົມທົບກັບບັນດາອົງການສັງຄົມ, ວິຊາຊີບ ຈັດຕັ້ງຂຶ້ນ ເພື່ອຕອບສະຫນອງ ວັນວັດທະນະທຳຫວຽດນາມ ຄືວັນທີ 19/4 ປະຈຳປີ ແລະ ວັນໄຫວ້ບູຊາເຈົ້າຊີວິດຮຸ່ງ ຄືວັນທີ 10/3 ໄລ່ຕາມຈັນທະປະຕິທິນ. ລາຍການສະແດງສິລະປະ“ຄວາມມຸ່ງຫວັງລະດູບານໃຫມ່” ໂດຍມີການເຂົ້າຮ່ວມຂອງນັກສິລະປິນນັບຮ້ອຍຄົນ, ບັນດາກອງສິລະປະ.. ພ້ອມກັບບັນດາລາຍການສິລະປະຍ້ອງຍໍສັນລະເສີນບ້ານເກີດເມືອງນອນຂອງປະເທດຊາດ, ຈຸດທີ່ດີງາມຂອງບັນດາຊົນເຜົ່າຫວຽດນາມ. ທ່ານ ຮ່າມີງເຫ້ວ, ຮອງປະທານປະຈຳສະມາຄົມນັກຂ່າວຫວຽດນາມ, ຫົວຫນ້າຄະນະຈັດຕັ້ງໃຫ້ຮູ້ວ່າ:
“ນີ້ເປັນຄັ້ງທຳອິດທີ່ສະມາຄົມນັກຂ່າວຫວຽດນາມ ສົມທົບກັບຫລາຍຫົວຫນ່ວຍ ຈັດຕັ້ງການເຄື່ອນໄຫວທີ່ມີຂອບຂະຫນາດໃຫຍ່ ແລະ ດຳເນີນໄປໃນຫລາຍມື້. ຜ່ານລາຍການ, ຄະນະຈັດຕັ້ງໄດ້ສ້າງຕັ້ງກອງທຶນແຫ່ງຄວາມເມດຕາຈິດ, ລະດົມການປະກອບສ່ວນຂອງສັງຄົມ, ເປັນຕົ້ນແມ່ນປະຊາຄົມວິສາຫະກິດ ປະກອບສ່ວນແບ່ງເບົາກັບເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເດັກພະເນຈອນ.