ລາຍການສະແດງສິລະປະ“ນ້ຳໃຈໄຕບັກ”ທີ່ເປັນເອກະລັກສະເພາະ
ລາຍການສະແດງສິລະປະ“ນ້ຳໃຈໄຕບັກ”
(ພາບ: Dân trí)
(vovworld) – ລາຍການສະແດງສິລະປະ “ນ້ຳໃຈໄຕບັກ” ໄດ້ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 5/11, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະຊີ້ນຳເຂດໄຕບັກ. ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າຄະນະຊີ້ນຳເຂດໄຕບັກ, ເນັ້ນໜັກວ່າເຂດ ໄຕບັກ ແມ່ນສະຖານທີ່ຍຸດທະສາດພິເສດສຳຄັນຂອງທົ່ວປະເທດ, ເຂດດິນແດນແຫ່ງນີ້ມີພື້ນຖານວັດທະນະທຳອຸດົມສົມບູນ, ຫຼາຍຮູບຫຼາຍແບບດ້ວຍປູຊະນີຍະສະຖານປະຫວັດສາດ - ວັດທະນະທຳ, ສະຖານທີ່ຕິດພັນກັບປະຫວັດສາດທີ່ອົງອາດກ້າຫານຂອງຊາດ. ເຂດໄຕບັກມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ທ່າແຮງພັດທະນາກະສິກຳ, ຜະລິດຕະພັນກະເສດ, ເຂື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນແຮ່ທາດ, ການທ່ອງທ່ຽວ, ເສດຖະກິດດ່ານຊາຍແດນ. ພັດທະນາ ເຂດໄຕບັກ ຮອບດ້ານ, ໝັ້ນຄົງເຂັ້ມແຂງແມ່ນຄວາມຮຽກຮ້ອງ, ຄວາມມຸ່ງຫວັງຂອງປະຊາຊົນບັນດາເຜົ່າ, ແມ່ນໜ້າທີ່ສຳຄັນທີ່ມີຕໍ່ພາລະກິດພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຍາວນານຂອງປະເທດຊາດ.
ພ້ອມກັບບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ໄດ້ຮັບການຈັດຕັ້ງຢ່າງລອບຄອບຖີ່ຖ້ວນ, ຄະນະຈັດຕັ້ງໄດ້ເຊີດຊູ 56 ແບບຢ່າງທີ່ດີເດັ່ນຊຶ່ງຕາງໜ້າໃຫ້ 14 ແຂວງເຂດໄຕບັກ.