(ພາບປະກອບ)
(vovworld) - ຕອນຄໍ່າວັນທີ 08 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 18 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງອາຊຽນ, ສະຫະພັນບັນດາອົງການມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບສະຖານທູດບັນດາປະເທດອາຊຽນ ປະຈຳຫວຽດນາມ, ກົມວັດທະນະທຳການຕ່າງປະເທດ ແລະ UNESCO ກະຊວງການຕ່າງປະເທດ ແລະ ໂຮງລະຄອນສິລະປະກອງທັບຈັດຕັ້ງລາຍການສະແດງສິລະປະເພື່ອສະເຫຼີມສະຫຼອງເຫດການສຳຄັນນີ້ຢູ່ຮ່າໂນ້ຍ. ການເຄື່ອນໄຫວດັ່ງກ່າວຖືກຈັດຕັ້ງປະຈຳປີ ເພື່ອແນໃສ່ໂຄສະນາຢ່າງເລີກເຊິ່ງກວ້າງຂວາງ ກ່ຽວກັບການສ້າງຕັ້ງປະຊາຄົມອາຊຽນ ທີ່ເຂັ້ມແຂງ ແລະ ຮ່ວມສຳພັນຢ່າງແໜ້ນແຟ້ນ. ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການພົບປະແລກປ່ຽນ, ເຊື່ອມຕໍ່ສາຍພົວພັນມິດຕະພາບອັນດີງາມລະຫວ່າງຫວຽດນາມ ກັບບັນດາປະເທດອາຊຽນ, ກໍ່ຄືເພີ່ມທະວີຄວາມສາມັກຄີຂອງປະຊາຊົນໃນປະຊາຄົມອາຊຽນ. ບັນດາລາຍການສະແດງສິລະປະທີ່ເປັນມູນເຊື້ອຂອງຫຼາຍປະເທດ ໄດ້ແນະນຳວັດທະນະທຳທີ່ມີສີສັນຫຼາກຫຼາຍ, ສ້າງເປັນຮູບພາບສັງລວມກ່ຽວກັບກຸ່ມກອນມະຫາສາມັກຄີຂອງອາຊຽນ.