ລາຍການສະແດງສິລະປະຂ່ຳນັບຊົມເຊີຍວັນມໍລະດົກຫວຽດນາມ
|
Vovworld- ຕອນຄ່ຳວັນທີ 23/11, ຢູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມ ທີ່ຮ່າໂນ້ຍ, ໄດ້ດຳເນີນລາຍການສະແດງສິລະປະຂ່ຳນັບຊົມເຊີຍວັນມໍລະດົກຫວຽດນາມ ( 23/11) ແລະ ເປີດສະຫຼອງກຸ່ມທາດຈຳ. ທ່ານນາງ ຕອງທິຟ້ອງ ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ມາຮ່ວມ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ ໂຮ່ແອງຕ້ວນໄດ້ຢືນຢັນວ່າ ແຕ່ລະຊົນຊາດຊົນເຜົ່າຕ່າງກໍມີພື້ນຖານວັດທະນະທຳ ທີ່ມີສີສັນສະເພາະຂອງຕົນ, ສອ່ງແສງເຖິງມູນເຊື້ອ ແລະ ຄວາມເອກອ້າງທະນົງໃຈຂອງຊາດ . ທ່ານຮອງລັດຖະມົນຕີກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວຫວຽດນາມ ໂຮ່ແອງຕ້ວນ ເນັ້ນໜັກວ່າ :
“ ສາມັກຄີ, ມະຫາສາມັກຄີທັງຊາດ ແມ່ນມູນເຊື້ອທີ່ປະເສີດເລີດລ້ຳ, ເປັນມໍລະດົກອັນລ້ຳຄ່າທີ່ໄດ້ມີມາແຕ່ດຶກດຳບັນ ຊຶ່ງພວມສືບຕໍ່ໄດ້ຮັບການຮັກສາ ແລະ ເສີມຂະຫຍາຍ. ການເປີດສະຫຼອງກຸ່ມທາດຈຳຢູ່ທີ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມໃນມື້ນີ້, ອີກເທື່ອໜຶ່ງປະກອບສ່ວນຢັ້ງຢືນການສືບທອດ ແລະ ຍືນຍົງຄົງຕົວຂອງວັດທະນະທຳຫວຽດນາມ ”