ເນື່ອງໃນໂອກາດຕ້ອນຮັບປີໃໝ່ 2012, ສະເຫຼີມສະຫຼອງ 82 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (ຄືວັນທີ 3/2/1930 – 3/2/2012), ໜັງສືພິມເອເລັກໂຕນິກພັກກອມມູນິດຫວຽດນາມໄດ້ຈັດຕັ້ງລາຍການ ”ພັກນຳລະດູບານໃໝ່ມາໃຫ້ແກ່ພວກເຮົາ” ເມື່ອຕອນຄ່ຳວັນທີ 29/1, ຢູ່ທີ່ຮ່າໂນ້ຍ. ລາຍການ ”ພັກນຳລະດູບານໃໝ່ມາໃຫ້ແກ່ພວກເຮົາ” ໄດ້ຈັດຕັ້ງຢ່າງສົມ ກຽດລວມມີ 3 ພາກ ດ້ວຍບັນດາລາຍການສິລະປະທີ່ມີສີສັນພິເສດ, ມີເນື້ອໃນສັນລະເສີນພັກ, ປະທານໂຮ່ຈີມິນ, ຊົມເຊີຍພັກ, ຊົມເຊີຍປະເທດຊາດປ່ຽນແປງໃໝ່, ໂດຍບັນດານັກສິລະປິນ, ນັກຮ້ອງຂອງໂຮງລະຄອນສີລະປະດົນຕີຫວຽດນາມເຂົ້າຮ່ວມການສະແດງ. ”ພັກນຳລະດູບານໃໝ່ມາໃຫ້ແກ່ພວກເຮົາ” ແມ່ນລາຍການຖືກຈັດຕັ້ງປະຈຳປີຂອງໜັງສືພິມເອເລັກໂຕນິກພັກກອມູນິດຫວຽດນາມ, ພ້ອມກັບບັນດາລາຍການສະແດງສີລະປະ, ກໍຍັງມີການມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ, ຜູ້ມີຄຸນງາມຄວາມດີ ແລະ ອື່ນໆ.