ລາວສະຫຼຸບ10ປີິແຫ່ງການຮ່ວມມືພັດທະນາເຂດຊາຍແດນກັບຫວຽດນາມ
ລາວສະຫຼຸບ10ປີິແຫ່ງການຮ່ວມມືພັດທະນາເຂດຊາຍແດນກັບຫວຽດນາມ
(ພາບ: TTXVN)
(vovworld) – ວັນທີ 19/02, ຢູ່ນະຄອນຫຼວງວຽກຈັນ, ຄະນະກຳມະການພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, ຂຶ້ນກັບຫ້ອງວ່າການລັດຖະບານລາວ ໄດ້ຈັດກອງປະຊຸມສະຫຼຸບໂຄງການຮ່ວມມືພັດທະນາກຸ້ມບ້ານຈຸດສຸມຢູ່ເຂດຊາຍແດນຫວຽດນາມ - ລາວ ໄລຍະ 2005 – 2015 ດ້ວຍການເຂົ້າຮ່ວມຂອງບັນດາກະຂວງ, ຂະແໜງການທີ່ກ່ຽວຂ້ອງຂອງລາວ. ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ, ໂຄງການຮ່ວມມືພັດທະນາກຸ່ມບ້ານຈຸດສຸມເຂດຊາຍແດນຫວຽດນາມ - ລາວ ແມ່ນໂຄງການໄດ້ຮັບການຜັນຂະຫຍາຍຕາມຂໍ້ຕົກລົງລະຫວ່າງການນຳ 2 ປະເທດ ແລະ ສັນຍາກ່ຽວກັບການຮ່ວມມືຮອບດ້ານລະຫວ່າງລັດຖະບານລາວ ແລະ ຫວຽດນາມ ໄລຍະ 2005 – 2015. ຜ່ານໄລຍະ 10 ປີແຫ່ງການຜັນຂະຫຍາຍປະຕິບັດ, ໂຄງການໄດ້ຮັບບັນດາຜົນງານໃນທຸກຂົງເຂດຢ່າງຈະແຈ້ງ, ໂສມໜ້າຢູ່ບັນດາບໍລິເວນໄດ້ຮັບການກໍ່ສ້າງລ້ວນແຕ່ມີການພັດທະນາຢ່າງຈະແຈ້ງ, ຊີວິດການເປັນຢູ່ຂອງປະຊາຊາດນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງປະເທດລາວ ເວົ້າລວມ ແລະ ສ້າງສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງ 2 ປະເທດເວົ້າສະເພາະ.