ວົງການນັກຊ່ຽວຊານລັດເຊຍ ເຊື່ອໝັ້ນເລື່ອງຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ

(VOVWORLD) -ນັກຮຽນຮູ້ລັດເຊຍ ຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນກ່ຽວກັບບົດບາດຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດເຊຍ - ອາຊຽນ.

ວົງການນັກຊ່ຽວຊານລັດເຊຍ ເຊື່ອໝັ້ນເລື່ອງຫວຽດນາມ ຈະຊຸກຍູ້ການຮ່ວມມືລະຫວ່າງລັດເຊຍ-ອາຊຽນ - ảnh 1 ໜ້າປື້ມ “ຫວຽດນາມ ບືນຕົວຂຶ້ນ”

(ພາບ: Vietnamplus)

ໃນສະພາບທີ່ການຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ປີ 2020, ມີນັກຊ່ຽວຊານ, ນັກຮຽນຮູ້ລັດເຊຍ ຫຼາຍທ່ານໄດ້ສະແດງຄວາມເຊື່ອໝັ້ນກ່ຽວກັບບົດບາດຕັ້ງໜ້າຂອງຫວຽດນາມ ໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງລັດເຊຍ - ອາຊຽນ.

        ໃນບົດຂຽນ “ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນການຮ່ວມມືລະຫວ່າງລັດເຊຍ - ອາຊຽນ”, ທ່ານປະລິນຍາເອກ Ekaterina Koldunova ຖືວ່າ, ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ອາດຈະປະກົດມີບັນດາຂົງເຂດຮ່ວມມືລະຫວ່າງລັດເຊຍ ແລະ ອາຊຽນ. ນັ້ນແມ່ນທິດທາງການຮ່ວມມື 2 ຝ່າຍລະຫວ່າງລັດເຊຍ - ຫວຽດນາມ ໃນບັນດາຂົງເຂດເສນາຮັກ, ການຮັບມືກັບສະພາບຮີບດ່ວນ, ການຮ່ວມມືດ້ານວິທະຍາສາດຕ້ານບັນດາຄວາມສ່ຽງທີ່ເກີດຈາກໂລກລະບາດ.

        ໃນປື້ມທີ່ມີຊື່ວ່າ “ຫວຽດນາມ ບືນຕົວຂຶ້ນ”, ນັກຊ່ຽວຊານກ່ຽວກັບບັນດາບັນຫາສາກົນ Grigory Trofimchuk ໄດ້ໃຊ້ຫຼາຍໜ້າໃນປື້ມເພື່ອເຕື້ອງເຖິງບົດບາດຂອງຫວຽດນາມ ໃນການເຊື່ອມຕໍ່, ໂຄສະນາພາບພົດຂອງອາຊຽນ ບໍ່ພຽງແຕ່ຢູ່ລັດເຊຍ ເທົ່ານັ້ນ, ຫາກຍັງແມ່ນໃນຂອບເຂດທົ່ວໂລກອີກດ້ວຍ. ຫວຽດນາມ ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຢ່າງແທດຈິງຂອງບັນດາປະເທດໃນປະຊາຄົມສາກົນ, ແມ່ນທິດທາງບຸລິມະສິດຂອງລັດເຊຍ ຢູ່ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ