ວັນບຸນບໍລິຈາກເລືອດໂດຍສະໝັກໃຈ |
(vovworld)- ວັນທິດບໍລິຈາກເລືອດ ແມ່ນວັນບຸນບໍລິຈາກເລືອດໂດຍສະໝັກໃຈ, ໂດຍໜັງສືພິມຕຽນຟອງສົມທົບກັບຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ກົມຄຸ້ມຄອງກວດ, ປິນ່ປົວພະຍາດ ແລະ ສະຖາບັນເລືອດສາດ-ສົ່ງເລືອດສູນກາງຈັດຕັ້ງຂຶ້ນ, ແນໃສ່ປະກອບສ່ວນໂຄສະນາ, ຂົນຂວາຍຂະບວນການບໍລິຈາກເລືອດໂດຍສະໝັກໃຈ ແລະ ແກ້ໄຂສະພາບຂາດແຄນເລືອດເພື່ອປິ່ນປົວຄົນເຈັບຢູ່ຕາມໂຮງໝໍໃນໂອກາດບຸນປີໃໝ່ປະຈຳຊາດ. ວັນທິດບໍລິຈາກເລືອດ ຄັ້ງທີ 7 ປີນີ້ ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25/1ຢູ່ຮ່າໂນ້ຍດ້ວຍສານທີ່ວ່າ : “ບໍລິຈາກເລືອດເພື່ອກອບກູ້ຊີວິດມະນຸດ-ຊີວິດອີນຊີຂອງເພື່ອນ ແລະ ຂ້ອຍ ”.ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ :
“ ຈົ່ງຍູ້ແຮງວຽກງານໂຄສະນາໃຫ້ດີກວ່າອີກເພື່ອໃຫ້ທຸກໆຄົນເຂົ້າໃຈກ່ຽວກັບຄວາມໝາຍວັດທະນະທຳມະນຸດນີ້. ຂ້າພະເຈົ້າເຊື້່ອໝັ້ນວ່າ ການບໍລິຈາກເລືອດເພື່ອກອບກູ້ຊີວິດມະນຸດໃນໄລຍະທີ່ຈະມາເຖິງຈະກາຍເປັນຂະບວນການມະຫາຊົນທີ່ກ້ວາງຂວາງກວ່າ, ສະແດງໃຫ້ເຫັນຄວາມໝາຍວັດທະນະທຳມະນຸດອັນເລິກເຊິ່ງຂອງຊາດຫວຽດນາມ. ຂະນະທີ່ພວກເຮົາຍັງປະສົບກັບຄວາມ ກອບກູ້ຊີວິດມະນຸດ ”