(vovworld) – ຕາມການຄາດຄະເນແລ້ວ, ໃນວາລະປະຊຸມຄັ້ງທີ 9 ທີ່ຈະດຳເນີນແຕ່ວັນທີ 16 – 17/7, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ໃຫ້ຄຳເຫັນແກ່ບາງເນື້ອໃນທີ່ສຳຄັນ, ໃນນັ້ນມີການຊັກຖາມ ແລະ ຕອບຄຳຊັກຖາມທ່ີວາລະປະຊຸມຄັ້ງທີ 10 ແລະ ບົດລາຍງານລວບລວມຄວາມເຫັນ ທີສະເໜີດຳເນີນການອະພິປາຍທີ່ສະພາຊົນເຜົ່າ ແລະ ບັນດາຄະນະກຳມາທິການສະພາແຫ່ງຊາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2012, ຕີລາຄາໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມຊຸດທີ 13 ແລະ ໃຫ້ຄຳຄິດຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມຊຸດທີ 13 ຮັບຮອງເອົາຮ່າງ ລັດຖະບັນຍັດສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງລັດຖະບັນຍັດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ພ້ອມທັງ, ໃຫ້ຄຳເຫັນຕໍ່ໃບສະເໜີຂອງລັດຖະບານກ່ຽວກັບເລື່ອງ ຂໍອະນຸຍາດໃຫ້ສ້າງຕັ້ງນະຄອນ Ba Ria ທີ່ຂຶ້ນກັບແຂວງ Ba Ria – Vung Tau ໃນໄລຍະປະຕິບັດທົດລອງບໍ່ຈັດສະພາປະຊາຊົນເມືອງ, ຕາແສງ, ບ້ານ ແລະ ບາງເນື້ອໃນອື່ນໆອີກ.