ວັນບຸນວັດທະນະທຳບັນດາຊົນເຜົ່າ ຫວຽດນາມ

ວັນບຸນວັດທະນະທຳບັນດາຊົນເຜົ່າ ຫວຽດນາມ - ảnh 1
ກອງ​ປະຊຸມ​ສະຫລຸບ 3 ປີ ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວກັບ​ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ

(vovworld) - ຕອນ​ເຊົ້າ​ວັນ​ທີ 18/4 ຢູ່ ໝູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວບັນດາ​ຊົນ​ເຜົ່າ​ ຫວຽດນາມ ຢູ່ Dong Mo, Ha Noi ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສະຫລຸບ 3 ປີ ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວກັບ​ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ ຫວຽດນາມ. ທີ່​ກອງ​ປະຊຸມ, ການ​ນຳ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ຢືນຢັນ​ວ່າ: ພາຍຫລັງ 3 ປີ ​ແຫ່ງ​ການ​ປະຕິບັດ, ວຽກ​ງານ​ຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ ຫວຽດນາມ ຄື​ວັນ​ທີ 19/4 ​ໄດ້​ນຳ​ເຫດການ​ນີ້​ກາຍ​ເປັນ​ວັນ​ບຸ​ນຂອງ​ທົ່ວ​ປວງ​ຊົນ. ຢູ່​ທ້ອງ​ຖິ່ນ​ຕ່າງໆ, ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ດ້ວຍ​ຫລາຍ​ຮູບ​ການ, ອຸດົມສົມບູນ. ທ່ານ Hoang Duc Hau, ຫົວຫນ້າ​ກົມ​ວັດທະນະທຳ​ຊົນ​ເຜົ່າ, ສັງກັດ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໃຫ້​ຮູ້​ວ່າ:

        “ນັບ​ແຕ່​ເມື່ອ​ມີ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີກ່ຽວ​ກັບ​ການຈັດ​ຕັ້ງ​ວັນ​ບຸນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ ຫວຽດນາມ ​ໄດ້​ສ້າງ​ບັນຍາ​ກາດ​ເບິ​ກບານ​ມ່ວນ​ຊຶ່ນ​​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ປະຊາຊົນຊົນ​ເຜົ່າ​ ​ແລະ ຕອບ​ສະຫນອງ​ຄວາມ​ຕ້ອງກາ​ນຊົມ​ໃຊ້​ວັດທະນະທຳ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ນັບ​ມື້​ນັບ​ຫລາຍ. ນອກ​ນັ້ນ ປະຊາຊົນ​ຊົນ​ເຜົ່າ​ມີ​ຄວາມ​ຮັບ​ຮູ້​ກວ່າ​ໃນ​ການ​ອະນຸລັກ​ຮັກສາ​ວັດທະນະທຳ​ທີ່​ເປ​ັນມູນ​ເຊື້ອ​ຂອງ​ຊົນ​ເຜົ່າຕົນ.”

 

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ