ເວທີປາໄສເສດຖະກິດ “ ຫວຽດນາມ-ມັງກອນໃໝ່ຢູ່ອາຊີ” |
(vovworld)- ດ້ວຍບັນດາການເຄື່ອນໄຫວທີ່ດຳເນີນໃນມື້ດຽວ ລວມມີເວທີປາໄສ, ກອງປະຊຸມສຳມະນາຫົວເລື່ອງ, ການພົບປະລະຫວ່າງບັນດາວິສາຫະກິດ, ໂຄສະນາຜະລິດຕະພັນກະເສດຫວຽດນາມ, ເວທີປາໄສເສດຖະກິດ “ ຫວຽດນາມ-ມັງກອນໃໝ່ຢູ່ອາຊີ” ໄດ້ຖືກດຳເນີນໃນວັນທີ 25/3 ຢູ່ປາຣີ, ອັນໄດ້ດຶງດູດວິສາຫະກິດກວ່າ 200 ແຫ່ງຂອງຫວຽດນາມ ແລະ ຝະລັງ່ເຂົ້າຮ່ວມ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ວູ້ຮີຮ່ວາງ ເນັ້ນໜັກວ່າ :
“ ຜ່ານການແນະນຳຂອງບັນດາຜູ້ບັນລະຍາຍຫວຽດນາມ, 2 ຝ່າຍໄດ້ເປັນເອກະພາບກັນຮັບຮູ້ວ່າ ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງນີ້ຈະປະກົດຜົນເປັນຈິງຂະນະທີ່ FTA ໄດ້ຮັບການລົງນາມ ແລະ ໃຫ້ສັດຕະຍາບັນ. ບັນດາຮູບການຊຸກຍູ້ການຮ່ວມມືລະຫວ່າງ 2 ຝ່າຍແມ່ນອຸດົມສົມບູນ ແລະ ໃນບັນດາເຫດການເຊັ່ນນັ້ນ, ບົດບາດຂອງບັນດາອົງການສຳນັກງານແຫ່ງລັດແມ່ນສຳຄັນທີ່ສຸດ. ພວກຂ້າພະເຈົ້າຖືວ່າ ວິທີການປະຕິບັດເຊັ່ນນີ້, ດ້ວຍການປົກປ້ອງຂອງບັນດາອົງການສຳນັກງານແຫ່ງລັດນັ້ນ, ຄວາມເຊື່ອໝັ້ນຂອງປະຊາຄົມ 2 ຝ່າຍຈະສູງກວ່າ, ສ້າງປະສິດທິຜົນການຮ່ວມມືທີ່ດີກວ່າ ”