ວາລະປະຊຸມຄັ້ງທີ 32 ຄະນະປະຈຳສະພາ ແຫ່ງຊາດ
(ພາບ: Nhan Sáng/TTXVN)
(vovworld)- ຕອນເຊົ້າວັນທີ 8/10, ຄະນະປະຈຳສະພາແຫ່ງຊາດ ສືບຕໍ່ລາຍການເຮັດວຽກໃນວາລະປະຊຸມຄັ້ງທີ 32 ດ້ວຍເນື້ອໃນກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13. ຕາມບົດລາຍງານຂອງຫ້ອງວ່າການສະພາແຫ່ງຊາດ, ມາຮອດປະຈຸບັນ, ຫ້ອງວ່າການສະພາແຫ່ງຊາດໄດ້ຮັບຄຳເຫັນປະກອບຂອງຫຼາຍຄະນະ ສສຊ, ສສຊ ຈຳນວນ 1 ແລະ ບາງອົງການກ່ຽວຂ້ອງກ່ຽວກັບການກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມຊຸດທີ 13. ຄຳເຫັນສ່ວນຫຼາຍເຫັນດີເຫັນພ້ອມກັບແຜນການພ້ອມທັງສະເໜີເພີ່ມເຕີມເຂົ້າໃນລາຍການເຮັດວຽກເນື້ອໃນຄື: ຮັບຟັງລັດຖະບານລາຍງານກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ການຜັນຂະຫຍາຍລັດຖະຍັນຍັດຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ; ສະພາບການຂອງຄົນງານຕ່າງປະເທດຢູ່ຫວຽດນາມ… ແລະ ກໍ່ໃນຕອນເຊົ້າຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງຄະນະຕິດຕາມກວດກາ ແລະ ລັດຖະບານລາຍງານເພີ່ມເຕີມການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງ./.