ວາລະປະຊຸມຄັ້ງທີ 9 ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
ວາລະປະຊຸມຄັ້ງທີ 8 ຂອງກຳມາທິການປ້ອງກັນຊາດ
ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ
(ພາບ: qdnd.vn)
(vovworld) - ຕອນເຊົ້າວັນທີ 18/05, ຢູ່ຮ່າໂນ້ຍ, ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄັ້ງທີ 9. ເພື່ອສຸມໃສ່ພິຈາລະນາເນື້ອໃນບົດລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ປ້ອງກັນຊາດປ້ອງກັນຄວາມສະຫງົບຕາມມະຕິ 31 ຂອງສະພາແຫ່ງຊາດ ແລະ ສະພາບການນຳໃຊ້ງົບປະມາປ້ອງກັນຊາດປ້ອງກັນຄວາມສະຫງົບນັບແຕ່ພາຍຫຼັງກອງປະຊຸມເທື່ອທີ 4 ຂອງສະພາແຫ່ງຊາດຮອດທ້າຍປີ 2012 ແລະ ຊຸມເກືອນຕົ້ນປີ 2013. ທີ່ວາລະປະຊຸມນີ້, ບັນດາສະມາຊິກ ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ກໍພິຈາລະນາບົດລາຍງານຂອງກະຊວງຄົມມະນາຄົມຂົນສົ່ງ ກ່ຽວກັບສະພາບການປະຕິບັດໜ້າທີ່ຮັບປະກັນຄວາມເປັຮລະບຽບຮຽບຮ້ອຍຄວາມປອດໄພທາງຄົມນະນາຄົມ ນັບແຕ່ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ມາຮອດປະຈຸບັນ; ໃຫ້ຄຳເຫັນໃສ່ຮ່າງບົດລາຍງານຕີລາຄາໝາກຜົນແຫ່ງການເຄື່ອນໄຫວຂອງ ກຳມາທິການນັບແຕ່ກອງປະຊຸມສະໄໝສາມັນເທື່ອທີ 4 ຮອດກອງປະຊຸມເທື່ອທີ 5 ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລະ ສະພາບການນຳໃຊ້ງົບປະມານຂອງກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບນັບແຕ່ຕົ້ນປີ 2013 ມາຮອດປະຈຸບັນ.