ວາລະປະຊຸມຄົບຄະນະຄັ້ງທີ 6 ຂອງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
(ພາບ: google.com.vn)
(vovworld) - ວັນທີ 20/10, ກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 6 ເພື່ອກະກຽມບັນດາເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 13 ເຊິ່ງຈະໄຂຂຶ້ນໃນວັນທີ 22/10. ວາລະປະຊຸມໄດ້ສຸມໃສ່ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ສະພາບການປະຕິບັດແຜນງົບປະມານປ້ອງກັນຊາດ ປ້ອງກັນຄວາມສະຫງົບປີ 2012; ທິດທາງ, ໜ້າທີ່ ແລະ ແຜນງົບປະມານປ້ອງກັນຊາດ ປ້ອງກັນຄວາມສະຫງົບປີ 2013. ກຳມາທິການກໍ່ຈະພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບສະພາບການປະຕິບັດໜ້າທີ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງຄົມມະນາຄົມ ກໍ່ຄື ປຶກສາຫາລືບົດລາຍງານການເຄື່ອນໄຫວຂອງກຳມາທິການໃນປີ 2012, ລາຍການວຽກງານຂອງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບໃນປີ 2013. ວາລະປະຊຸມຄັ້ງທີ 6 ຂອງກຳມາທິການປ້ອງກັນຊາດ ປ້ອງກັນຄວາມສະຫງົບຈະແກ່ຍາວຮອດວັນທີ 21/10.