ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງກ່າວຄຳເຫັນທີ່ກອງປະຊຸມ
ພາບ:vov
|
(vovworld)- ຕອນເຊົ້າວັນທີ 22/8, ກອງປະຊຸມການທູດຄັ້ງທີ 29 ພາຍໃຕ້ຫົວຂໍ້ວ່າ: “ຍົກສູງປະສິດທິຜົນວຽກງານການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ” - ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກຢ່າງມີໄຊ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນັ້ນຫນັກວ່າ: ໃນກວ່າ 70 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກ ແລະ ປະທານໂຮ່ຈິມີນ, ການເຄື່ອນໄຫວພົວພັນຕ່າງປະເທດໄດ້ສ້າງຜົນງານສະຫງ່າລາສີຫລາຍຢ່າງ, ສ້າງທິດທາງການທູດເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ. ເມື່ອໄຈ້ແຍກສະພາບການຢູ່ພາຍໃນ ແລະ ສາກົນໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະເຫນີ: ຂະແຫນງການທູດຄວນໃຫ້ບຸລິມະສິດສູງສຸດ ແລະ ມອບຫນ້າທີ່ລະອຽດໃຫ້ບັນດາອົງການຜູ້ຕາງຫນ້າຢູ່ຕ່າງປະເທດ, ບັນດາຫົວຫນ່ວຍກ່ຽວຂ້ອງ ສັງກັດກະຊວງການຕ່າງປະເທດ ເພີ່ມທະວີວຽກງານຄົ້ນຄ້ວາ, ສະຫນອງຂໍ້ມູນຂ່າວຊ່ວຍໃຫ້ການນຳມີການຕີລາຄາຢ່າງຊັດເຈນ, ທັນການເພືື່ອຊີ້ນຳ, ບໍລິຫານພື້ນຖານເສດຖະກິດຢູ່ພາຍໃນປະເທດ. ຄຽງຄູ່ກັນນັ້ນ ຄວນປະກອບສ່ວນສຳຄັນໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ຮັກສາສັນຕິພາບ, ສະຖຽນລະພາບເພື່ອພັດທະນາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ເນັ້ນຫນັກວ່າ:
“ພວກເຮົາຄວນເອົາໃຈໃສ່ເຖິງການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ເພື່ອນມິດທີ່ເປັນມູນເຊື້ອ, ຍົກສູງບົດບາດໃຈກາງຂອງປະຊາຄົມ ອາຊຽນ. ຢືດໝັ້ນແຜນນະໂຍບາຍເພີ່ມທະວີການຮ່ວມມືບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.”
ທີ່ກອງປະຊຸມ, ການນຳກະຊວງປ້ອງກັນປະເທດ, ກະຊວງຕຳຫລວດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມີບົດປະກອບຄຳເຫັນຍົກໃຫ້ເຫັນບັນດາຜົນງານຊື່ງຂະແຫນງການທູດຍາດມາໄດ້, ຕີລາຄາສູງວຽກງານການສົມທົບລະຫວ່າງຂະແຫນງການທູດກັບບັນດາຂະແຫນງໃນແນວໂຮມການຕ່າງປະເທດ, ທິດທາງ, ມາດຕະການຊຸກຍູ້ວຽກງານການຕ່າງປະເທດໃນທຸກເສົາຄ້ຳກໍຄືເພີ່ມທະວີການປະສານສົມທົບຢ່າງແຫນ້ນແຟ້ນລະຫວ່າງບັນດາກຳລັງເຮັດວຽກງານການຕ່າງປະເທດໃນໄລຍະຈະມາເຖິງ.