ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ |
(vovwold)- ຕາມຂ່າວເມື່ອວັນທີ 7/4 ຂອງສະຖານກົງສູນໃຫຍ່ຫວຽດນາມປະຈຳແຂວງ ໂອຊາກາ ປະເທດຍີປຸ່ນແລ້ວ, ຮອດຕອນທ່ຽງວັນທີ 7/4, ອົງການຕຳຫຼວດແຂວງໂອຊາກາຢັ້ງຢືນວ່າ ມີ 7 ຄົນຖືກຈັບຕົວໃນບໍລິເວນແຂວງ ແມ່ນພົນລະເມືອງຫວຽດນາມ. ຕຳຫຼວດຍັງໃຫ້ຮູ້ວ່າ ກໍລະນີນີ້ພວມຢູ່ໃນໄລຍະສືບສວນ.
ຕາມແຫຼ່ງຂ່າວຈາກສະຖານທູດຫວຽດນາມປະຈຳມາເລເຊຍ, ພາຍຫຼັງທີ່ໄດ້ຮັບຂ່າວບັນດາອົງການທີ່ມີໜ້າທີ່ຂອງມາເລເຊຍກັກກຳປັ່ນຫາປາ 2 ລຳ ແລະ ຈັບຕົວຊາວປະມົງ 28 ຄົນເມື່ອວັນທີ 2/4/2017. ສະຖານທູດຫວຽດນາມປະຈຳມາເລເຊຍໄດ້ມີສານທາງການສະເໜີບັນດາອົງການທີ່ມີໜ້າທີ່ຂອງມາເລເຊຍຈົ່ງສະໜອງຂໍ້ມູນຂ່າວສານກ່ຽວກັບກໍລະນີນີ້ຢ່າງເປັນທາງການ.
ກ່ຽວຂ້ອງເຖິງກໍລະນີພົນລະເມືອງຫວຽດນາມຖືກເສຍຊີວິດ ຂະນະທີ່ຖືກຕົກຈາກຊັ້ນ 15 ຂອງໂຮງແຮມແຫ່ງໜຶ່ງຢູ່ສິງກະໂປເມື່ອວັນທີ 29/3/2017. ສະຖານທູດຫວຽດນາມປະຈຳປະເທດນີ້ໃຫ້ຮູ້ວ່າ ຕາມແຈ້ງຂ່າວຂອງສູນຕຳຫຼວດສິງກະໂປແລ້ວ, ນີ້ແມ່ນກໍລະນີຂ້າຕົວຕາຍ, ບໍ່ມີສັນຍານສະແດງໃຫ້ເຫັນມີການກະທຳຜິດທາງອາຍາ.